ໃນວັນທີ 09 ກຸມພາ 2018, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ເຄັນທາໂຣ ໂຊໂນະອຸຣະ, ທີ່ປຶກສາພິເສດປະຈໍານາຍົກລັດຖະມົນຕີຍີ່ປຸ່ນ, ໃນໂອກາດທີ່ທ່ານ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ.
ສປປ ລາວ ແລະ ສສເ ຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 31 ມັງກອນ 1958 ຊຶ່ງໄດ້ວຽນມາບັນຈົບຄົບຮອບ 60 ປີ ພໍດີ ໃນປີນີ້. ໃນຕະຫຼອດໄລຍະ 60 ປີທີ່ຜ່ານມາ ທັງສອງປະເທດໄດ້ດຳເນີນການພົວພັນຮ່ວມມືຢ່າງຕັ້ງໜ້າ ແລະ ເພີ້ມທະວີຂຶ້ນຢ່າງໜັກແໜ້ນ ດ້ວຍການໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນທັງໃນຂອບການຮ່ວມມືສອງຝ່າຍ ແລະ ຂອບຫຼາຍຝ່າຍໃນເວທີສາກົນ. ລັດຖະບານເຢຍລະມັນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຢູ່ໃນສອງຂະແໜງການບຸລິມະສິດ ຄື: ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານອົງການຮ່ວມມືສາກົນເພື່ອການພັດທະນາເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ (KfW)ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ເປັນຕົ້ນແມ່ນເນັ້ນໜັກໃສ່ການພັດທະນາຊົນນະບົດ ,ວຽກງານອາຊີວະສຶກສາ, ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງໂຄງລ່າງພື້ນຖານ ແລະ ການສົ່ງເສີມພາກທຸລະກິດ-ເອກະຊົນ. ນອກຈາກນີ້, ເຢຍລະມັນຍັງໄດ້ໃຫ້ການຊ່ວຍເຫຼືອລາວ ໂດຍຜ່ານອົງການຈັດຕັ້ງສາກົນອື່ນໆອີກເຊັ່ນ: ສະຫະພາບເອີຣົບ ແລະ ອົງການແມ່ນ້ຳຂອງ. ມາເຖິງປັດຈຸບັນເຢຍລະມັນໄດ້ໃຫ້ການຊ່ວຍເຫຼືອລາວມີມູນຄ່າປະມານ 380 ລ້ານເອີໂຣ.
ໃນວັນທີ 23 ມັງກອນ 2018, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຂອງ ສປປ ລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ອາຊຽນ ແລະ ອິນເດຍ ກ່ຽວກັບ ງານວາງສະແດງທຸລະກິດ ແລະ ການລົງທຶນ, ທີ່ ນິວແດນລີ, ປະເທດ ອິນເດຍ, ຊື່ງມີຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ໂດຍສະເພາະການຄ້າ ແລະ ການລົງທຶນ ອາຊຽນ-ອິນເດຍ ແລະ ແລກປ່ຽນຄຳຄິດເຫັນ ເພື່ອປະກອບສ່ວນໃນການຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ອິນເດຍ ໃນອະນາຄົດ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ລັດຖະມົນຕີ ອາລຸນແກ້ວ ກິດຕິຄຸນ ໄດ້ມີຄຳເຫັນໃນຫົວຂໍ້: ການເພີ່ມມູນຄ່າດ້ານກະສິກຳ ແລະ ເສດຖະກິດສີຟ້າ (ການພັດທະນາເສດຖະກິດ ແຕ່ບໍ່ໃຫ້ກະທົບຕໍ່ສິ່ງແວດລ້ອມທາງທະເລ) ແລະ ຫົວຂໍ້: ການພົວພັນ ອາຊຽນ-ອິນເດຍ ແລະ ທິດທາງການຮ່ວມມືໃນ 25 ປີ ຂ້າງໜ້າ. ໃນນັ້ນ, ທ່ານ ລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ລະຫວ່າງ ອາຊຽນ ແລະ ອິນເດຍ, ຊຶ່ງໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ການຮັດແໜ້ນການຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຕະຫຼອດໄລຍະ 25 ປີ ນັບແຕ່ການສ້າງສາຍພົວພັນເປັນຕົ້ນມາ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານການເຊື່ອມຈອດ, ການຮ່ວມມືດ້ານກະສິກຳ, ພ້ອມທັງເນັ້ນໃຫ້ເຫັນຄວາມສຳຄັນໃນການຮັກສາສິ່ງແວດລ້ອມທາງທະເລ.
ກອງປະຊຸມພົບປະຄັ້ງນີ້ ເປັນໜຶ່ງໃນກິດຈະກຳທີ່ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີ, ຊຶ່ງໄດ້ຈັດຂຶ້ນໃນໄລຍະດຽວກັບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີ.