ໃນຕອນເຊົ້າຂອງວັນທີ 9 ສິງຫາ 2018, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມິພີທີມອບຮັບໂຄງການຂະຫຍາຍສະໜາມບິນສາກົນດັ່ງກ່າວ ລະຫວ່າງ ລັດຖະບານ ຍີ່ປຸ່ນ ແລະ ລັດຖະບານ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າມອບຮັບໂຄງການ ຕາງໜ້າຝ່າຍລາວ ມີ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ແລະ ຕາງໜ້າຝ່າຍຍີ່ປຸ່ນ ມີ ທ່ານ ຄາຊຶຢູກິ ນາກະເນະ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ມີບັນດາພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ. ໂຄງການຂະຫຍາຍສະໜາມບິນສາກົນວຽງຈັນ ເປັນໂຄງການທີ່ນໍາໃຊ້ທຶນກູ້ຍຶມດອກເບ້ຍຕໍ່າ (ODA Loan) ຈາກລັດຖະບານຍີ່ປຸ່ນ, ໂດຍຜ່ານອົງການຮ່ວມມືສາກົນ ແຫ່ງ ຍີ່ປຸ່ນ (JICA), ໃນມູນຄ່າທັງໝົດ 9.017 ລ້ານເຢັນ. ໂຄງການນີ້ ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ ວັນທີ 09 ທັນວາ 2015, ຊຶ່ງມາຮອດປະຈຸບັນ ໂຄງການດັ່ງກ່າວແມ່ນໄດ້ສໍາເລັດການກໍ່ສ້າງແລ້ວ 100 % ໂດຍໄດ້ໃຊ້ໄລຍະເວລາການກໍ່ສ້າງທັງໝົດ 32 ເດືອນ. ໂຄງການດັ່ງກ່າວ ເກີດຂຶ້ນຍ້ອນຄວາມຮຽກຮ້ອງຕ້ອງການໃນການຊົມໃຊ້ການຂົນສົ່ງທາງອາກາດ, ຊຶ່ງສະ ໜາມບິນສາກົນວັດໄຕ ມີບົດບາດສໍາຄັນໃນການເປັນປະຕູເຂົ້າ ສປປ ລາວ ແລະ ອີງໃສ່ສະຖິຕິການຂະຫຍາຍຕົວຂອງການຂົນສົ່ງທາງອາກາດ ໃຫ້ຮູ້ວ່າ ຈໍານວນຜູ້ໂດຍສານທີ່ມາໃຊ້ບໍລິການສະໜາມບິນສາກົນວັດໄຕ ມີຈໍານວນເພີ່ມຂຶ້ນທຸກໆປີ. ໃນປີ 2017 ຜ່ານມາ, ສະໜາມບິນດັ່ງກ່າວສາມາດໃຫ້ການບໍລິການແກ່ ຜູ້ໂດຍສານທັງໝົດ ຈໍານວນ 2.144.500 ຄົນ, ໃນນັ້ນຜູ້ໂດຍສານສາຍຕ່າງປະເທດ 1.382.900 ຄົນ ແລະ ຜູ້ໂດຍສານສາຍພາຍໃນ 761.600 ຄົນ.
ໂຄງການດັ່ງກ່າວ ໄດ້ຂະຫຍາຍອາຄານຜູ້ໂດຍສານສາກົນ, ກໍ່ສ້າງອາຄານຜູ້ໂດຍສານພາຍໃນ, ອາຄານບໍາລຸງຮັກສາສ້ອມແປງສະໜາມບິນ, ທາງສໍາລັບລົດແທັກຊີ, ບ່ອນຈອດລົດ ແລະ ຕິດຕັ້ງບັນດາອຸປະກອນອໍານວຍຄວາມສະດວກຕ່າງໆ ຈໍານວນໜຶ່ງ, ເພື່ອຮອງຮັບຈໍານວນຜູ້ໂດຍສານທີ່ຈະເພີ່ມຂຶ້ນໃນອະນາຄົດ, ຊຶ່ງຄາດວ່າຈະສາມາດຮອງຮັບຈໍານວນຜູ້ໂດຍສານໄດ້ທັງໝົດປະມານ 3.000.000 ຄົນຕໍ່ປີ, ພ້ອມນັ້ນ ກໍຈະສາມາດຮອງຮັບຜູ້ໂດຍສານໃນຊົ່ວໂມງເລັ່ງດ່ວນໄດ້ເຖິງ 700 ຄົນຕໍ່ຊົ່ວໂມງ. ໂຄງການນີ້ແມ່ນໜຶ່ງໃນໂຄງການບູລິມະສິດຂອງລັດຖະບານ ໂດຍຈະກາຍເປັນສັນຍາລັກແຫ່ງການຮ່ວມມື ແລະ ສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ລາວ ແລະ ຍີ່ປຸ່ນ.
ພ້ອມດຽວກັນນີ້, ໃນວັນດຽວກັນ ຍັງມີພິທີເຊັນສັນຍາ ວ່າດ້ວຍການຕໍ່ອາຍຸສໍາປະທານການບໍລິການໃນອາຄານຜູ້ໂດຍສານຂອງສະໜາມບິນສາກົນວຽງຈັນ ລະຫວ່າງ ກອງຄຸ້ມຄອງສະໜາມບິນລາວ ແລະ ບໍລິສັດ ລາວ-ຍີ່ປຸ່ນ ບໍລິການອາຄານສະໜາມບິນ ຈໍາກັດ (L-JATs), ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຈາກ ຝ່າຍລາວ ມີ ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ດຣ. ສິມມະລາວົງ, ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ຝ່າຍຍີ່ປຸ່ນມີ ທ່ານ ຄາຊຶຢູກິ ນາກະເນະ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະລັດຖະທູດ ຍີປຸ່ນ, ມີຜູ້ຕາງໜ້າຈາກ ບໍລິສັດ JALUX ແລະ ບໍລິສັດ TOYOTA Tsusho, ພ້ອມດ້ວຍພະນັກງານກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.