ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ຄະນະ​ຜູ້​ແທນ​ລາວ ສຳເລັດ​ເຂົ້າຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11

clv dta

ໃນວັນທີ 19 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ​ໄດ້ສໍາ​ເລັດ​ການ​​ນໍາພາ ຄະນະ​ຜູ້​ແທນ ​​ສປປ ​ລາວ ເຂົ້າ​ຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ຫງວຽນ ຈິ ຢຸ້ງ (Nguyen Chi Dung), ລັດຖະມົນຕີ ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ສສ ຫວຽດນາມ, ​ເຊິ່ງມີ​ ທ່ານ ປານ ​ໂສຣະສັກ (Pan SORAS​AK), ລັດຖະມົນຕີກະຊວງ​ການ​ຄ້າ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ ​ແລະ ທ່ານ ຫງວຽນ ວັນ ຈຣໍາ (Nguyen Van Tham), ປະທານ​ຄະນະ​ກໍາມະການ​ປະຊາຊົນ ​ແຂວງ​ບິງ​ເຟືອ​ກ ​ເຂົ້າ​ຮ່ວມ. ນອກຈາ​ກ ຄະນະ​ຜູ້​ແທນ​ຈາກ​ກະຊວງ​ຂະ​ແໜງ​ການ​ຕ່າງໆ ຂອງ ສາມ​ປະ​ເທດ​ ​ແລ້ວ, ຍັງ​ມີ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຈາກ 13 ​ແຂວງ ​ເຂດສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ, ​ໃນ​ນັ້ນ ລວມມີ ​ແຂວງ​ຈໍາປາ​ສັກ, ​ແຂວງສາລະ​ວັນ, ​ແຂວງ​ເຊ​ກອງ ​ແລະ ​ແຂວງອັດ​ຕະປື ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ອ່ານເພີ່ມເຕີມ... 

ຄະນະຜູ້ແທນລາວ ຈະເຂົ້າຮ່ວມກອງປະຊຸມ CLV DTA ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມຕ່າງໆ

ໃນວັນທີ 18 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ​ຈະ​ນໍາພາ ຄະນະ​ຜູ້​ແທນ ​​ສປປ ​ລາວ ທັງຈາກ ກະຊວງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງ ຄື: ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ ເດີນທາງເຂົ້າ​ຮ່ວມກອງປະຊຸມ ລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 11 ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ຊຶ່ງຈະຈັດຂຶ້ນ ໃນວັນທີ 19 ທັນວາ 2017 ນີ້.

ອ່ານເພີ່ມເຕີມ... 

ຄະນະຜູ້ແທນລາວ ເຂົ້າຮ່ວມເວທີປະຊາທິປະໄຕບາຫຼີ ຄັ້ງທີ 10

10thBALI

 

ໃນລະຫວ່າງວັນທີີ 7-8 ທັນວາ 2017, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງສະຫວັດ ບຸບຜາ, ອາດີດລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ໄດ້ເຂົ້າຮ່ວມເວທີປະຊາທິປະໄຕບາຫຼີ ຄັ້ງທີ 10, ທີ່ ບານເຕັນ, ຈາກາຕາ, ສາທາລະນະລັດອິນໂດເນເຊຍ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ປະຊາທິປະໄຕໄດ້ຖືກຈັດຕັ້ງປະຕິບັດ ຫຼື ບໍ?.” ເຂົ້າຮ່ວມກອງປະຊຸມ ມີຄະນະຜູ້ແທນມາຈາກ 97 ປະເທດ ແລະ 7 ອົງການຈັດຕັ້ງສາກົນ ໃນພາກພື້ນອາຊີ-ປາຊີຟິກ, ເອີຣົບ, ອາເມລິກາລາຕິນ ແລະ ອາຟຣິກກາ ເພື່ອພ້ອມກັນແລກປ່ຽນຄວາມຄິດເຫັນ, ປະສົບການ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແລະ ພັດທະນາປະຊາທິປະໄຕໃນພາກພື້ນ ແລະ ໃນປະເທດຕົນ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508783
ມື້ນີ້178
ມື້ວານ381
ອາທິດນີ້1436
ເດືອນນີ້7173