ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1935/ຫສນຍ.ກຄສ, ລົງວັນທີ 5/12/2017 ວ່າດ້ວຍ ການອະນຸມັດໃຫ້ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ລົງນາມໃນສັນຍາສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ (Asian Forest Cooperation Organization ຫຼື AFOCO), ບົນພື້ນຖານການມອບສິດໃຫ້ຕາງໜ້າ ລັດຖະບານ, ທ່ານ ປອ. ລຽນ ທິແກ້ວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະຜູ້ຕິດຕາມຈໍານວນຫນຶ່ງ ໄດ້ເດີນທາງໄປລົງນາມໃນສົນທິສັນຍາດັ່ງກ່າວ ທີ່ ນະຄອນຫລວງເຊອູນ, ສ. ເກົາຫຼີ.
ພິທີການເຊັນສົນທີ່ສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມີນາ 2018 ທີ່ ກະຊວງການຕ່າງປະເທດ ສ. ເກົາຫຼີ, ໂດຍມີຜູ້ເຂົ້າຮ່ວມຈາກຝ່າຍລາວ ປະກອບດ້ວຍ ທ່ານເອກອັກຄະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫລີ, ຫົວໜ້າກົມແຜນການແລະການເງິນ ແລະ ຫົວໜ້າກົມປ່າໄມ້, ກະຊວງກະສິກຳແລະປ່າໄມ້, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ, ສ່ວນຝ່າຍເກົາຫຼີ ປະກອບດ້ວຍ ຜູ້ຕ່າງໜ້າຈາກ ກະຊວງການຕ່າງປະເທດ, ຈາກກອງເລຂາອົງການຮ່ວມມືປ່າໄມ້ອາຊີ ແລະ ຈາກກົມໃຫຍ່ປ່າໄມ້ຂອງ ສ. ເກົາຫຼີ.
ອົງການ AFOCO ເປັນອົງການຮ່ວມມືດ້ານປ່າໄມ້ໃນລະດັບພາກພື້ນອາຊີ ທີ່ໄດ້ຖືກສ້າງຕັ້ງຂຶ້ນໂດຍມີເປົ້າໝາຍແນໃສ່ການຜັນຂະຫຍາຍແນວທາງນະໂຍບາຍປ່າໄມ້ ຂອງລັດຖະບານໃຫ້ປະກົດຜົນເປັນຈິງ, ໂດຍສະເພາະເພື່ອຟື້ນຟູທີ່ດິນປ່າໄມ້ເຊື່ອມໂຊມ, ປົກປັກຮັກສາປ່າໄມ້ບໍ່ໃຫ້ບົກແຫ້ງ, ເຊື່ອມຄຸນນະພາບ, ເປັນໄປຕາມນະໂຍບາຍການຄຸ້ມຄອງແລະປົກປັກສາປ່າໄມ້ແບບຍືນຍົງ, ອັນເປັນການປະກອບສ່ວນແກ້ໄຂບັນຫາກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດອີກດ້ວຍ.
ໃນການເຂົ້າຮ່ວມເປັນພາຄີໃນອົງການນີ້, ລັດຖະບານລາວ ໂດຍສະເພາະຂະແໜງການກະສິກໍາ ແລະ ປ່າໄມ້ ມີເປົ້າໝາຍ ຈະປະກອບສ່ວນໃນການບັນລຸເປົ້າໝາຍລວມທີ່ກ່ຽວຂ້ອງກັບວຽກງານປ່າໄມ້ໃນລະດັບພາກພື້ນ, ໃນລະດັບສາກົນ ກໍຄື ໃນລະດັບຊາດ, ໂດຍສະເພາະການບັນລຸຄາດໝາຍຍຸດທະສາດປ່າໄມ້ 2020 ຂອງລັດຖະບານຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ໄປຕາມແນວທາງການເຕີບໂຕສີຂຽວ. ເພື່ອເຮັດໃຫ້ສົນທິສັນຍາດັ່ງກ່າວມີຜົນນໍາໃຊ້ເປັນທາງການ, ຂະແໜງການກະສິກາ ແລະປ່າໄມ້ ຍັງຕ້ອງໄດ້ສະເໜີໃຫ້ລັດຖະບານພິຈາລະນາອອກສັດຕະຍາບັນ ເພື່ອຮັບຮອງເອົາສົນທິສັນຍາດັ່ງກ່າວຢ່າງເປັນທາງການໃນໄວໆນີ້.
ນອກຈາກການລົງນາມໃນສົນທິສັນຍາດັ່ງກ່າວນີ້ແລ້ວ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບັດບັນທຶກຄວາມເຂົ້າໃນ ເພື່ອສ້າງ ແລະ ຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດດົງຫົວສາວເພື່ອປະກອບສ່ວນຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທໍາລາຍປ່າໄມ້ (REDD+) ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ປ່າໄມ້ ສ.ເກົາຫຼີ ທີ່ມີມູນຄ່າໂຄງການ ປະມານ 700.000 ໂດລາ ສະຫະລັດ, ພ້ອມທັງໄດ້ຖືໂອກາດນີ້ ໄປຢ້ຽມຢາມສູນຈຳຫນ່າຍຜະລິດຕະພັນການກະເສດ ຂອງ ສະຫະກອນເມືອງອານຊັອງ (NongHyup An-Seong Agri-food Distribution Center), ທີ່ເມືອງອານຊັອງ (Anseong) , ແຂວງກັອງກີ (Gyeonggi). ສູນດັ່ງກ່າວນິີ້ ນັບວ່າມີບົດຮຽນ ແລະ ປະສົບການສູງໃນດ້ານການແຈກຈ່າຍຜະລິດຕະພັນກະສິກໍາ ຈາກກຸ່ມຜູ້ຜະລິດ ໄປສູ່ຜູ້ບໍລິໂພກ ດ້ວຍຮູບການຂາຍຍົກທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.