ໃນວັນທີ 27 ແລະ ວັນທີ 28 ກຸມພາ 2018, ໄດ້ມີການຈັດພິທີ ມອບ-ຮັບຕຶກອາຄານໂຮງໝໍເມືອງຕຸ້ມລານ ແລະ ເມືອງສະໝ້ວຍ, ແຂວງສາລະວັນ; ສຸກສາລາບ້ານອະຕຸກ, ເມືອງສະໝ້ວຍ, ແຂວງສາລະວັນ ແລະ ສຸກສາລາບ້ານດອນຊາ, ເມືອງທ່າແຕງ, ແຂວງເຊກອງ, ຊຶ່ງເປັນອາຄານໃໝ່ແຫ່ງລະ 01 ຫລັງ ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງແຕ່ລະແຂວງຕາມລໍາດັບ, ໂດຍແມ່ນ ທ່ານ ນາງ ຣີນາ ບິດເຕີ (Ms. Rena Bitter), ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍທ່ານ ວິຊຽນ ນະວິກຸນ, ຮອງເຈົ້້າແຂວງສາລະວັນ ແລະ ທ່ານ ສີດາ ສຸວັນນະສາຍ, ຮອງເຈົ້າແຂວງເຊກອງ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້້ປະກອບມີ ເຈົ້າໜ້າທີ່ຂັ້ນສູງຂອງກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ, ຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າຂອງກະຊວງສາທາລະນະສຸກ ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວນີ້ ປະຊາຊົນ ແລະ ອໍານາດການປົກຄອງຂອງທັງສອງແຂວງກໍ່ໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນອາເມລິກາທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.
ອາຄານຫຼັງໃໝ່ທັງສີ່ແຫ່ງທີ່ໄດ້ຮັບການມອບ-ຮັບ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອດ້ານມະນຸດສະທໍາຈາກກອງທັບກໍຄືລັດຖະບານອາເມລິກາມອບໃຫ້ແກ່ທ້ອງຖິ່ນຂອງລາວ ໂດຍສະເພາະເຂດແຂວງທີ່ມີການປະຕິບັດວຽກງານຮ່ວມມືລະຫວ່າງ ລາວ-ອາເມລິກາ ໃນຂອບວຽກງານການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ໃນແຜນງົບປະມານຂອງສົກປີ 2016-2017 ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດແຂວງດັ່ງກ່າວໄດ້ນຳໃຊ້ຢ່າງມີປະສິດທິຜົນ.