ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈລະຈາຮ່ວມມື ເພື່ອການພັດທະນາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ. ເຢຍລະມັນ, ທີ່ ແບກແລງ, ປະເທດ ເຢຍລະມັນ

02018.9.5 JCLG

 

  ໃນລະຫວ່າງວັນທີ 3-5 ກັນຍາ 2018, ຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມດ້ວຍຄະນະຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກະຊວງໂຍທາທິການແລະຂົນສົ່ງ, ສະພາແຫ່ງຊາດລາວ, ທະນາຄານ ແຫ່ງ ສປປລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມເຈລະຈາຮ່ວມມືເພື່ອການພັດທະນາ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ແລະ ລັດຖະບານ ແຫ່ງ . ເຢຍລະມັນທີ່ຈັດຂື້ນຢູ່ກະຊວງຮ່ວມມື, ເສດຖະກິດແລະການພັດທະນາBMZ, ນະຄອນຫຼວງແບກແລງ, ປະເທດເຢຍລະມັນ.

ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາສາມວັນ, ຊຶ່ງໄດ້ມີການເປີດກອງປະຊຸມເຈລະຈາຮ່ວມມືຢ່າງເປັນທາງການໂດຍຕາງໜ້າຄະນະຜູ້ແທນຝ່າຍລາວແມ່ນ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຝ່າຍເຢຍລະມັນແມ່ນ ທ່ານ Dr. Claudia Warning, ຫົວໜ້າກົມກະຊວງຮ່ວມມື, ເສດຖະກິດແລະການພັດທະນາ. ໃນກອງປະຊຸມທັງສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ແລະ ກຳນົດແຜນການຮ່ວມມືຮ່ວມກັນ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆທີ່ລັດຖະບານເຢຍລະມັນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ. ສໍາລັບສົກປີ 2018-2019 ລັດຖະບານເຢຍລະມັນໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຈໍານວນ 41.7 ລ້ານເອີໂຣ, ພິເສດໃນປີດັ່ງກ່າວລັດຖະບານເຢຍລະມັນໄດ້ໃຫ້ການຊ່ວຍເຫຼືອມູນຄ່າ 10 ລ້ານເອີໂຣເຂົ້າໃນການບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຂົງເຂດທົ່ວປະເທດ ແລະ ເຫດການອຸບັດຕິເຫດສັນເຂື່ອນກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍພັງຢູ່ແຂວງອັດຕະປື, ລວມມູນຄ່າການຊ່ວຍເຫຼືອທັງໝົດຈໍານວນ 51.7 ລ້ານເອີໂຣ. ໃນມູນຄ່າການຊ່ວຍເຫຼືອຈໍານວນ 51.7 ລ້ານເອີໂຣນີ້ແບ່ງອອກເປັນການຊ່ວຍເຫລືອທາງດ້ານເຕັກນິກມູນຄ່າ 20 ລ້ານເອີໂຣ ແລະ ການຊ່ວຍເຫລືອທາງດ້ານການເງິນມູນຄ່າ 31.7 ລ້ານເອີໂຣ ໂດຍສຸມໃສ່ການສະໜັບສະໜູນ 2 ຂົງເຂດຄື: ຂົງເຂດການຮ່ວມມືເພື່ອການພັດທະນາເສດຖະກິດແບບຢືນຍົງ ແລະ ຂົງເຂດການພັດທະນາຊົນນະບົດໂດຍຕິດພັນກັບການຄຸ້ມຄອງຊັບພະຍາກອນທຳມະຊາດ. ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ເຊັນບົດບັນທຶກກອງປະຊຸມໂດຍແມ່ນຫົວໜ້າຄະນະຝ່າຍລາວ ແລະ ຝ່າຍເຢຍລະມັນລົງນາມຮ່ວມກັນ. ນອກຈາກນັ້ນ, ຄະນະຜູ້ແທນຝ່າຍລາວໄດ້ຢ້ຽມຊົມລັດຖະສະພາເຢຍລະມັນ Reichstag ແລະ ສະຖານທີ່ທາງປະຫວັດສາດຢູ່ນະຄອນຫຼວງແບກແລງ, ປະເທດເຢຍລະມັນ.

ການເດີນທາງໄປເຂົ້າຮ່ວມກອງປະຊຸມເຈລະນາຮ່ວມມືຂອງທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃນຄັ້ງນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ເຢຍລະມັນໃຫ້ນັບມື້ນັບຂະຫຍາຍຕົວເພີ່ມຂື້ນຂື້ນ, ພ້ອມທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 55 ປີການຮ່ວມມືລາວ-ເຢຍລະມັນ. ສຳລັບກອງປະຊຸມເຈລະຈາຮ່ວມມືນີ້ແມ່ນໄດ້ຈັດຂື້ນທຸກໆສອງປີໂດຍພັດປ່ຽນກັນເປັນເຈົ້າພາບ.

   ພາຍຫຼັງສຳເລັດກອງປະຊຸມເຈລະຈາຮ່ວມມືເພື່ອການພັດທະນາທີ່ປະເທດເຢຍລະມັນແລ້ວທ່ານຮອງລັດຖະມັນຕີກະຊວງແຜນການພ້ອມດ້ວຍຄະນະໄດ້ອອກເດີນທາງໄປແລກປ່ຽນບົດຮຽນກ່ຽວກັບປະສົບການໃນການແບ່ງຄວາມຮັບຜິດຊອບ, ວາລະການພັດທະນາປີ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງທີ່ປະເທດສະວິດເຊີແລນ ແລະ ຈະສືບຕໍ່ໄປລະດົມທຶນທີ່ປະເທດນອກແວ ແລະ ແຟັງລັງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484481
ມື້ນີ້185
ມື້ວານ273
ອາທິດນີ້919
ເດືອນນີ້3786