ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ລາວ ເຂົ້າຮ່ວມເວທີເຈຈູ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ປະຈໍາປີ 2018

 

JEJUmeeting

 

ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດໄດ້ນໍາພາຄະນະຜູ້ແທນ ລາວ ເຂົ້າຮ່ວມປະຊຸມເວທີສັນຕິພາບ ແລະ ຄວາມວັດທະນາຖາວອນ ປະຈໍາປີ 2018Jeju Forum for Peace and Prosperity 2018”ພາຍໃຕ້ຫົວຂໍ້ ແນວທາງລວມເພື່ອສັນຕິພາບສໍາລັບອາຊີ "Reengineering Peace for Asia", ເຊິ່ງຈັດຂຶ້ນໃນລະຫວ່າງ ວັນທີ 26-28 ມິຖຸນາ 2018, ທີ່ ເຈຈູ ແຂວງປົກຄອງຕົນເອງ ຂອງ ສ. ເກົາຫຼີ. ໃນນັ້ນໄດ້ມີຜູ້ເຂົ້າຮ່ວມ 5,500 ທ່ານ ທີ່ມາຈາກ 70 ປະເທດ ໃນໂລກ, ໃນນັ້ນລວມມີການນໍາຂັ້ນສູງໃນປະຈຸບັນ ແລະ ອະດີດ, ຜູ້ຊົງຄຸນວຸດທິ, ສາດສະດາຈານ, ນັກຄົ້ນວ້າຈາກສະຖາບັນ ແລະ ມະຫາວິທະຍາໄລຕ່າງໆພາຍໃນ ສ. ເກົາຫຼີ ແລະ ໃນພາກພື້ນ ກໍຄືໃນໂລກ. ຕະຫຼອດໄລຍະຂອງການປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື 70 ກວ່າຫົວຂໍ້, ກວມເອົາ 5 ຂົງເຂດໃຫຍ່ ຄື: ການຕ່າງປະເທດ ແລະ ຄວາມໝັ້ນຄົງ; ເສດຖະກິດ ແລະ ການເງິນ; ສະພາບແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ບັນຫາເພດ, ການສຶກສາ ແລະ ວັດທະນະທໍາ; ແລະ ບັນຫາພົ້ນເດັ່ນຂອງໂລກ.

ກອງປະຊຸມໃນປີນີ້ ແມ່ນດຳເນີນໄປພາຍຫຼັງຜົນສໍາເລັດຂອງການພົບປະຂັ້ນສຸດຍອດ ລະຫວ່າງ ຜູ້ນໍາ ຂອງ ສປປ ເກົາຫຼີ ແລະ ສ. ເກົາຫຼີ ແລະ ການພົບປະຂັ້ນສຸດຍອດ ລະຫວ່າງ ຜູ້ນໍາ ສປປ ເກົາຫຼີ ແລະ ຜູ້ນໍາ ສະຫະລັດ ອາເມຣິກາ ອັນໄດ້ສ້າງບັນຍາກາດອັນສ້າງສັນ ເພື່ອສະໜັບສະໜູນຄວາມພະຍາຍາມຮ່ວມກັນ ເພື່ອສ້າງສັນຕິພາບ ແລະ ປອດອາວຸດນີວເຄລຍ ຢູ່ ແຫຼມເກົາຫຼີ.

ຫົວໜ້າຄະນະຜູ້ແທນ ລາວ ໄດ້ຮັບກຽດເປັນວິທະຍາກອນ ຮ່ວມກັບຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ໃນຫົວຂໍ້ ເພີ່ມທະວີການເປັນຄູ່ຮ່ວມມືຕາມທິດທາງໃໝ່ລົງໃຕ້ຂອງເກົາຫຼີ “Strengthening Korea-ASEAN partnership through Korea’s New Southern Policy” ໂດຍການສົນທະນາແມ່ນເນັ້ນໃສ່ບັນຫາຕ່າງໆທີ່ມີຄວາມສົນໃຈ ແລະ ຫ່ວງໄຍນໍາກັນ ເຊັ່ນ: ຄວາມພະຍາຍາມຮ່ວມກັນ ລະຫວ່າງ ເກົາຫຼີ ແລະ ອາຊຽນໃນການຊຸກຍູ້ການຍົກເລີກອາວຸດນີວເຄລຍ ແລະ ການຫຼຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ; ຄວາມພະຍາຍາມຮ່ວມກັນ ລະຫວ່າງ ເກົາຫຼີ ແລະ ອາຊຽນ ໃນການເຂົ້າຮ່ວມໂຄງການເສດຖະກິດດີຈີຕັອນອາຊຽນ ທີ່ສະເໜີໂດຍສິງກະໂປ, ປະທານອາຊຽນປະຈຸບັນ; ການເພີ່ມທະວີການຮ່ວມມື ລະຫວ່າງ ເກົາຫຼີ ແລະ ອາຊຽນ ທາງດ້ານການເມືອງ, ເສດຖະກິດ, ສັງຄົມ-ວັດທະນາທໍາ ໃນອະນາຄົດ; ແລະ ຄໍາເຫັນຕໍ່ການພັດທະນາ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງແມ່ນຂໍ້ລິເລີ່ມ ຂອງ ສປ ຈີນ ແລະ ຍຸດທະສາດ “ອິນໂດ-ປາຊີຟິກທີ່ເປີດກວ້າງ ແລະ ເສລີ” ທີ່ສະເໜີໂດຍ ອາເມຣິກາ.

ເວທີສັນຕິພາບ ແລະ ຄວາມວັດທະນາຖາວອນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2001 ໂດຍ ສະຖາບັນການພັດທະນາ ແລະ ສະຖາບັນສັນຕິພາບ ເຈຈູ, ໂດຍໃນເບື້ອງຕົ້ນແມ່ນມີຈຸດປະສົງເພື່ອສົ່ງເສີມການປຶກສາຫາລືບັນຫາສັນຕິພາບ ແລະ ການປອດອາວຸດນີວເຄລຍຢູ່ເຂດອາຊີຕາເວັນອອກ ແລະ ຕໍ່ມາກໍເວົ້າກວມລວມມາເຖິງພາກພື້ນອາຊີ-ປາຊີຟິກ ກໍຄືການແກ້ໄຂບັນຫາສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ຜ່ານການຮ່ວມມືສາກົນ. ເວທີສັນຕິພາບ ແລະ ຄວາມວັດທະນາຖາວອນ ເລີ່ມຕົ້ນໄລຍະທໍາອິດດ້ວຍການປະຊຸມກັນ 2 ປີຕໍ່ຄັ້ງ, ແຕ່ຕົກມາຮອດ ປີ 2011 ໄດ້ປ່ຽນມາຈັດປີລະຄັ້ງ, ປີນີ້ເປັນຄັ້ງທີ 13 ແລະ ສປປ ລາວ ໄດ້ຖືກເຊີນເຂົ້າຮ່ວມເວທີດັ່ງກ່າວເປັນຄັ້ງທໍາອິດ ນັບແຕ່ສ້າງຕັ້ງຂຶ້ນມາ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480421
ມື້ນີ້79
ມື້ວານ172
ອາທິດນີ້819
ເດືອນນີ້6652