ໃນຕອນບ່າຍຂອງວັນທີ 13 ຕຸລາ 2016, ທີ່ ກະຊວງການຕ່າງປະເທດ ໄດ້ມີການດຳເນີນການພົບປະເຮັດວຽກສອງຝ່າຍ ລະຫວ່າງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ, ຮັບຜິດຊອບວຽກງານຝຣັງໂກໂຟນີ, ແລະ ທ່ານ ນາງ ມີກາແອນ ຊັງ, ເລຂາທິການໃຫ່ຍຂອງອົງການຝຣັງໂກໂຟນີສາກົນ (OIF), ໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໃນການພົບປະເຮັດວຽກດັ່ງກ່າວ, ທ່ານ ລັດຖະມົນຕີຮັບຜິດຊອບວຽກງານຝຣັງໂກໂຟນີ ໄດ້ຕີລາສູງກ່ຽວກັບ ການມາຢ້ຽມຢາມທາງການຂອງທ່ານ ເລຂາທິການໃຫ່ຍ OIF ແລະ ຄະນະ ຢູ່ ສປປ ລາວ, ຕະຫຼອດເຖິງການພົວພັນ ຮ່ວມມື ກໍ່ຄືການຊ່ວຍເຫຼືອຕ່າງໆຈາກອົງການ OIF ຕະຫຼອດໄລຍະທີ່ຜ່ານ. ນອກຈາກນີ້, ກໍ່ໄດ້ທົບທວນຄຶນການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OIF ໃນຂອບໂຄງການຮ່ວມມືຕ່າງໆ ແລະ ໄດ້ປຶກສາຫາລືກ່ຽວກັບການ ເສີມຂະຫຍາຍໂຄງການຮ່ວມມືນຳກັນໃນປັດຈຸບັນ ແລະ ໃນຕໍ່ໜ້າ.
ສ່ວນທ່ານ ເລຂາທິການໃຫ່ຍ OIF ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ການຮັບຕ້ອນອັນອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງ ສປປ ລາວ ໃນວຽກງານຕ່າງໆຂອງອົງການ OIF ໃນໄລຍະຜ່ານມາ ກໍ່ຄື ປັດຈຸບັນ. ນອກຈາກນີ້, ກໍໄດ້ຕີລາຄາກ່ຽວກັບການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ OIF, ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງແຜນການສຳລັບໂຄງການຮ່ວມມືຂອງອົງການດັ່ງກ່າວ ໃນຕໍ່ໜ້າ.
ໃນໂອກາດການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ນອກຈາກການເຄື່ອນໄຫວຢ່າງເປັນທາງການແລ້ວ, ຄະນະຜູ້ແທນຝຣັງໂກຟນີ ຍັງໄດ້ໄປຢ້ຽມຢາມຊົມສະຖານທີ່ວັດທະນະທຳຕ່າງໆ ຢູ່ນະຄອນຫຼວງວຽງຈັນ ເຊັ່ນ: ວັດສີສະເກດ ແລະ ຫໍພິພິດທະພັນຕ່າງໆ.