ໃນຕອນເຊົ້າຂອງ ວັນທີ 5 ກັນຍາ 2016, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ໄດ້ເປັນປະທານກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ໂດຍມີຫົວໜ້າເຈົ້າຫນ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການກະກຽມໃຫ້ແກ່ກອງປະຊຸມສຸດຍອດຕ່າງໆ ແລະ ກິດຈະກໍາອື່ນໆກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນໄລຍະວັນທີ 6 ຫາ 8 ກັນຍາ 2016, ທີ່ ນະຄອນຫລວງວຽງຈັນ ເຊັ່ນ: ການກະກຽມໃຫ້ແກ່ການລົງນາມຮັບເອົາ ຊີເລ, ເອຢິບ ແລະ ມາຣົກ ເຂົ້າເປັນພາຄີຂອງ ສົນທິສັນຍາໄມຕິຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້; ກອງປະຊຸມສະພາ ປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ ຄັ້ງທີ 14; ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 18; ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29; ການພົບປະລະຫວ່າງ ຜູ້ນໍາອາຊຽນ ກັບ ຜູ້ຕາງຫນ້າສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ຊາວຫນຸ່ມອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ; ກອງປະຊຸມສຸດຍອດ ອາຊຽນ-ອົດສະຕາລີ ທຸກໆ 2 ປີ ຄັ້ງທີ 1; ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 19 ເພື່ອສະເຫລີມສະຫລອງສາຍພົວພັນ ອາຊຽນ-ຈີນ ຄົບຮອບ 25 ປີ; ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 4; ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 18; ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 18; ກອງປະຊຸມສຸດຍອດອາຊຽນ-ອົງການ ສປຊ ຄັ້ງທີ 8; ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 14; ກອງປະຊຸມສຸດຍອດອາຊຽນ ບວກ ສາມ ຄັ້ງທີ 19; ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11.
ອັນສໍາຄັນ, ບັນດາເຈົ້າຫນ້າທີ່ອາວຸໂສ ໄດ້ຜ່ານແຜນການເຄື່ອນໄຫວ, ຫົວຂໍ້ການປຶກສາຫາລື ແລະ ບັນດາເອກະສານທີ່ຈະເປັນຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.