ໃນຕອນບ່າຍວັນທີ 31 ພຶດສະພາ 2019, ທ່ານ ທ່ຽງ ບຸບຜາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມູນ ແຈ ອິນ (Moon Jae In), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ເພື່ອດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເກົາຫລີ ທີ່ ທຳນຽບປະທານາທິບໍດີ ຈອງ ວາ ແດ (Cheong Wa Dae), ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ.
ຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (ASEAN Intergovernmental Commission on Human Rights ຫຼື AICHR) ໄດ້ດຳເນີນກອງປະຊຸມ ຄັ້ງທີ 29 ໃນວັນທີ 12-15 ພຶດສະພາ 2019 ຢູ່ທີ່ ກອງເລຂາອາຊຽນທີ່ ຈາກາຕາ, ອິນໂດເນເຊຍ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ສາດສະດາຈານ ດຣ ອາມາຣາ ພົງສະພິດ, ຜູ້ຕາງໜ້າໄທ ປະຈຳຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ໃນນາມ ປະທານຄະນະກຳມະທິການດັ່ງກ່າວ ຕາມຮອບໝູນວຽນ ການເປັນປະທານ ອາຊຽນ ຂອງປະເທດ ໄທ.
ໃນວັນທີ 21 ພຶດສະພາ 2019, ຄະນະຜູ້ແທນຝ່າຍລາວ ນໍາໂດຍທ່ານ ພົມມາ ຄຳມະນີຈັນ, ຫົວໜ້າກົມເອີຣົບອາເມລິກາ, ກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເຊິ່ງຈັດຂື້ນຢູ່ ສຳນັກງານໃຫຍ່ຂອງສະຫະພາບເອີຣົບ,ທີ່ ບຣຸກແຊນ,ປະເທດ ແບນຊິກ.