ໃນຕອນບ່າຍຂອງວັນທີ 8 ເມສາ 2019, ທີ່ທໍານຽບປະທານາທິບໍດີ, ນະຄອນຫລວງບູດາເແປັສ, ທ່ານ ສີທົງ ຈິດໂຍທິນ, ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ຈາໂນດສ ອາເດ (Janos Ader), ປະທານາທິບໍດີ ແຫ່ງ ສາທາລະນະລັດ ຣົງກາຣີ ເພື່ອດໍາລົງຕໍາແຫນ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ. ຣົງກາຣີ.
ໃນໂອກາດດັ່ງກ່າວ, ພະນະທ່ານ ຈາໂນດາ ອາເດ ກໍ່ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແຫນ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃຫມ່ ປະຈໍາ ສ. ຣົງກາຣີ ແລະ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະຕິບັດຫນ້າທີການທູດຂອງຕົນດ້ວຍຜົນສໍາເລັດ ເພື່ອສົ່ງເສີມການພົວພັນການຮ່ວມມືຂອງສອງປະເທດ ໃຫ້ຈະຂະຫຍາຍຕົວໄປເລື້ອຍໆ. ພ້ອມດຽວກັນນີ້, ພະນະທ່ານປະທານາທິບໍດີ ຍັງໄດ້ໃຫ້ຄວາມສໍາຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ, ຊຶ່ງທ່ານໄດ້ກ່າວເຖິງການປຶກສາຫາລືບັນຫາສໍາຄັນຕ່າງໆ ໃນໂອກາດການຢ້ຽມຢາມຣົງກາຣີ ຢ່າງເປັນທາງການ ຂອງ ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນເດືອນມີນາ ທີ່ຜ່ານມານີ້ ໂດຍໄດ້ເນັ້ນຫນັກເຖິງບາງທ່າແຮງທີ່ສອງປະເທດຣົງກາຣີ ແລະ ລາວ ມີຄວາມສາມາດຮ່ວມມືກັນໄດ້ບົນພື້ນຖານການຕົກລົງຂອງສອງລັດຖະບານ ເພື່ອຜົນປະໂຫຍດຂອງສອງຝ່າຍ.
ທ່ານເອກອັກຄະລັດຖະທູດ ສີທົງ ຈິດໂຍທິນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາຊົມເຊີຍ ແລະ ການຕ້ອນຮັບໃນການກັບຄືນມາປະເທດຣົງກາຣີ ອີກເທື່ອໃຫມ່ໃນຖານະເປັນເອກອັກຄະລັດຖະທູດ ແລະ ຈະປະຕິບັດຫນ້າທີຢ່າງເຕັມປ່ຽມ ເພື່ອບັນລຸເປົ້າຫມາຍ. ພ້ອມດຽວກັນນັ້ນ; ກໍ່ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອມິດ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ຈາໂນດສ ອາເດ ແລະ ມີຄວາມຍິນດີລໍຄອຍຕ້ອນຮັບການຢ້ຽມຢາມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານປະທານາທິບໍດີ ໃນໂອກາດອັນເຫມາະສົມ, ຊຶ່ງທ່ານປະທານາທິບໍດີ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດເຊັ່ນດຽວກັນເຖິງຄູ່ຮ່ວມຕໍາແຫນ່ງຝ່າຍລາວ ພ້ອມທັງສະແດງຄວາມຫວັງວ່າ ຈະມີໂອກາດໄປຢ້ຽມຢາມ ສປປ ລາວ ໃນທ້າຍປີ 2019 ນີ້.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສີທົງ ຈິດໂຍທິນ ຍັງໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ-ຣົງກາຣີ ຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນ (ໃນວັນທີ 12 ກັນຍາ 1962) ແລະ ໄດ້ສະແດງຄວາມຍິນດີ ທີ່ສອງປະເທດໄດ້ຍົກລະດັບການພົວພັນຖານເພື່ອນມິດອັນເປັນມູນເຊື້ອ ຂຶ້ນສູ່ການເປັນຄູ່ຮ່ວມມືຍຸດທະສາດ ເມື່ອບໍ່ດົນມານີ້. ພ້ອມນັ້ນ, ກໍ່ໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນຣົງກາຣີ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອໃນຫລາຍດ້ານຜ່ານມາ ອັນໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງລາວໃຫ້ຂະຫຍາຍຕົວເປັນກ້າວໆມາ.