ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເຢຍລະມັນ ຄັ້ງທີ 1, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ

20190405Germany2

ໃນ​ຕອນ​ເຊົ້າ​ຂອງວັນທີ05 ເມສາ 2019,ກະຊວງການຕ່າງປະເທດໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ ຄັ້ງປະຖົມມະລຶກ ໃນລະດັບຫົວໜ້າກົມ, ອັນເປັນການຜັນຂະຫຍາຍຜົນການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ ຄັ້ງປະຫວັດສາດ ຂອງທ່ານນາຍົກລັດຖະມົນຕີລາວເຮົາ ເມື່ອຕົ້ນເດືອນມີນນາທີ່ຜ່ານມາ, ​ໂດຍການເປັນປະທານຮ່ວມຂອງ ທ່ານ ພົມມາ ຄໍາມະນີຈັນ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດລາວ ແລະ ທ່ານ ນາງ ອີນາ ເລີແປນ (Ina LEPEL), ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ເຢຍລະມັນ.

ອ່ານເພີ່ມເຕີມ... 

ກອງປະຊຸມກາງສະໄໝ ເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ ຄັ້ງທີ 18

 

AseanDisaster1 AseanDisaster2 AseanDisaster3

 

​ວັນທີ 3 ເມສາ 2019 ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ​ກົມ​ອາ​ຊຽນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເປັນ​ເຈົ້າ​ພາບຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ຄັ້ງທີ 18 ພາຍໃຕ້ຫົວຂໍ້: ການບັນເທົາທຸກໄພພິບັດ ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ ທ່ານ ລັດ​ສະ​ໝີ ແກ້ວ​ມະ​ນີ, ຫົວ​ໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ແລະ ​ທ່ານ ນາງ. Shi Yanping, ຮອງ​ຫົວ​ໜ້າ​ກົມ​ການ​ກູ້​ໄພ ແລະ ຮ່ວມ​ມື​ສາ​ກົນ, ກະ​ຊວງ​ຄຸ້ມ​ຄອງ​ເຫດ​ສຸກ​ເສີນ,ສປ ຈີນ ແລະ ທ່ານ Ian Burchett, ຫົວ​ໜ້າ​ກົມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ການາດາ ແລະ ມີຜູ້ເຂົ້າຮ່ວມຈາກ ປະ​ເທດເວ​ທີ​ພາກ​ພື້ນອາຊຽນ (ASEAN Regional Forum ຫຼື ARF) ທັງໝົດ 74 ທ່ານ.

ອ່ານເພີ່ມເຕີມ... 

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວພົບປະໂອ້ລົມ ອົງການ ຈັດຕັ້ງຊາວຫນຸ່ມສະຖານທູດ ແລະ ນັກສຶກສາລາວ ທີ່ ນະຄອນຫຼວງມົດສະກູ

2019402-alounsay-rusia

    ໃນອາທິດຜ່ານມາ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຖານທູດລາວ ທີ່ມົດສະກູ, ໃນໂອກາດດັ່ງກ່າວ ນອກຈາກພົບປະ ແລະ ເຮັດວຽກກັບ ຄະນະນຳ ສະຖານທູດແລ້ວ ສະຫາຍໄດ້ພົບປະໂອ້ລົມກັບນັກສຶກສາລາວ ທີ່ຮຽນຢູ່ນະຄອນຫຼວງມົດສະກູ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485809
ມື້ນີ້108
ມື້ວານ206
ອາທິດນີ້845
ເດືອນນີ້5114