ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາກ່ຽວກັບລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫຼືອຕົກຄ້າງຈາກສົງຄາມ

JSKWeb

 

ໃນວັນທີ 29-30 ເມສາ 2019, ທີ່ ໂຮງແຮມຄຣາວພາລ໌ຊາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍຮ່ວມມືກັບ ຄະນະກໍາມະການກາແດງສາກົນ (ICRC) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫຼືອຕົກຄ້າງຈາກສົງຄາມ. ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເປັນກອງປະຊຸມລະດັບພາກພື້ນ ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ຢູ່ ສປປ ລາວ ໂດຍການສະໜັບສະໜູນທຶນຮອນ ແລະ ຊ່ຽວຊານ ຈາກຄະນະກໍາມະການກາແດງສາກົນ (ICRC) ແລະ ໄດ້ຮັບກຽດກ່າວເປີດໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ Christoph Sutter, ຫົວໜ້າຫ້ອງການພາກພື້ນຂອງຄະນະກໍາມະການກາແດງສາກົນ ແລະ ມີບັນດາເອກອັກຄະລັດຖະທູດ ແລະ ທູຕານຸທູດ ຈາກບັນດາປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈາກຫຼາຍພາກສ່ວນຂອງ ສປປ ລາວ, ກໍາປູເຈຍ, ຫວຽດນາມ, ໄທ, ມຽນມາ, ຟີລິບປີນ, ອິນໂດເນເຊຍ, ບັນດາຊ່ຽວຊານ ແລະ ທີ່ປຶກສາຈາກຄະນະກໍາມະການກາແດງສາກົນ, ຜູ້ຕາງໜ້າຈາກໜ່ວຍງານສະໜັບສະໜູນ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍລະເບີດຝັງດິນຕ້ານບຸກຄົນ ແລະ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້.

 

ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ແມ່ນ​​ເພື່ອ (1) ປຶກສາຫາລືກ່ຽວກັບສິ່ງທ້າທາຍທີ່​​​ພົບພໍ້ໃນການແກ້ໄຂບັນຫາລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫລືອອື່ນໆຈາກສົງ   ຄາມ ທີ່ຕົກຄ້າງໃນປະເທດ ແລະ ການເຜີຍແຜ່ຄວາມຮັບ​​ຮູ້ກ່ຽວກັບຜົນກະທົບຂອງອາວຸດເຫລົ່ານີ້; (2) ​ສົ່ງ​​ເສີມການຮ່ວມມືລະຫວ່າງປະເທດຜູ້ໃຫ້ທຶນ ແລະ ປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຕົກຄ້າງຈາກສົງຄາມ ໃນການແກ້ໄຂສິ່ງທ້າທາຍດ້ານການທຳລາຍລະເບີດ, ກວດກູ້ລະເບີດ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ການສຶກສາເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງຈາກ ລບ; ແລະ (3) ສົ່ງເສີມການຈັດຕັ້ງປະຕິບັດບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງ.

 

ຕະຫຼອດໄລຍະກອງປະຊຸມ 2 ວັນ, ກອງປະຊຸມໄດ້ມີການປືກສາຫາລືໃນຫຼາຍບັນຫາ ທີ່ກ່ຽວພັນເຖິງຜົນຮ້າຍ ແລະ ຜົນກະທົບຈາກລະເບີດຝັງດິນ, ລະເບີດລູກຫວ່ານ ແລະ ສິ່ງເສດເຫຼືອຕົກຄ້າງຈາກສົງຄາມ, ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ, ການແລກປ່ຽນບົດຮຽນ ແລະ ແບບແຜນການເຮັດວຽກທີ່ດີ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຂອງແຕ່ລະປະເທດ ແລະ ການຈັດຕັ້ງປະຕິບັດສົນທິສັນຍາຕ່າງໆໃນຂອບວຽກງານດັ່ງກ່າວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຈາກບັນດາປະເທດຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງທັງຈາກທາງພາຍໃນ ແລະ ຕ່າງປະເທດ ກ່ຽວກັບບັນຫາ, ສິ່ງທ້າທາຍ ແລະ ແຜນການໃນຕໍ່ໜ້າ.

 

ວຽກງານການເກັບກູ້ລະເບີດບໍ່ທັນແຕກ ແລະ ສິ່ງເສດເຫລືອອື່ນໆທີ່ຕົກຄ້າງຈາກສົງຄາມ ແມ່ນ​​ບຸລິມະສິດໜຶ່ງທີ່ສຳຄັນຂອງ ລັດຖະບານ ສປ ລາວ, ເພາະວຽກງານດັ່ງກ່າວຕິດພັນກັບຄວາມປອດໄພຂອງຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມຢ່າງແຍກອອກຈາກກັນບໍ່ໄດ້. ໂດຍເຫັນເຖິງຄວາມສຳຄັນດັ່ງກ່າວ, ລັດຖະບານຈຶ່ງໄດ້ສ້າງຕັ້ງຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປ ລາວ (ລບ)​, ​ອອກບັນດານິຕິກຳຕ່າງໆ, ສຸມກຳລັງແຮງແລະ ຊັບພະຍາກອນທີມີຢູ່ເຂົ້າໃນການແກ້ໄຂບັນຫາ ລບຢູ່ ສປ ລາວ ແລະ ຮ່ວມມືກັບສາກົນເພື່ອຮັບປະກັນການດຳລົງຊີວິດທີ່ປອດໄພຂອງປະຊາຊົນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງຮອບດ້ານ, ພົ້ນເດັ່ນແມ່ນການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ (ປພຍ)ເປົ້າໝາຍທີ່ 18 (SDG 18) ພາຍໃຕ້ຫົວຂໍ້ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກແລະ ໄດ້ເຊື່ອມສານ    ປພຍ 18 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີ່ VIII (2016-2020)”

 

ນອກຈາກນັ້ນ, ປ ລາວ ຍັງໄດ້ເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions - CCM) ຊຶ່ງເປັນປະເທດທີ່ສອງທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2009, ເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດທຳມະດາບາງຊະນິດ (Convention on Certain Conventional Weapons – CCW) ໂດຍສະເພາະແມ່ນໄດ້ເປັນພາຄີຂອງອະນຸສັນຍາສະບັບທີ່ 5 ວ່າດ້ວຍສິ່ງເສດເຫລືອປາງສົງຄາມ (Protocol V on Explosive Remnants of War). ພ້ອມນີ້, ຍັງໄດ້ຕິດຕາມເຂົ້າຮ່ວມກອງປະຊຸມຂອງສົນທິສັນຍາຕ້ານລະເບີດຝັງດິນ ແລະ ໄດ້ລົງຄະແນນສຽງສະໜັບສະໜູນຍັດຕິດັ່ງກ່າວຢູ່ກອງປະຊຸມສະມັດຊາໃຫຍ່  ສຊ ຢ່າງເປັນປະຈຳ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484355
ມື້ນີ້59
ມື້ວານ273
ອາທິດນີ້793
ເດືອນນີ້3660