ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ມົດສະກູ ໄດ້ອອກແຮງງານລວມຫມູ່ ເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນກໍາມະກອນສາກົນຄົບຮອບ 133 ປີ

20190508EmbLaosInrussia

ຫວ່າງບໍ່ດົນມານີ້ ສະຖານເອກອັກຄະລັດຖະທູດລາວ ປະຈຳສະຫະພັນຣັດເຊຍ ໄດ້ຈັດການອອກແຮງງານລວມຫມູ່ ເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນກໍາມະກອນສາກົນຄົບຮອບ 133ປີ ໂດຍການເຂົ້າຮ່ວມ ຂອງ ສະມາຊິກສາມອົງການຈັດຕັ້ງມະຫາຊົນ ( ແມ່ຍິງ, ກໍາມະບານ ແລະ ຊາວຫນຸ່ມ ) ພາຍໃນສະຖານທູດ ຢ່າງພ້ອມພຽງ.

          ການອອກແຮງງານລວມໃນຄັ້ງນີ້ ແມ່ນໄດ້ມີການແບ່ງປັນຫນ້າວຽກ ແລະ ຄວາມຮັບຜິດຊອບໃຫ້ທຸກຄົນເພື່ອໃຫ້ສາມາດເຮັດຫລ້ອນຫນ້າທີ່ໃນການອານະໄມ ແລະ ສ້າງຂະບວນການ ໃນໂອກາດວັນສໍາຄັນດັ່ງກ່າວ, ທັງນີ້ທັງນັ້ນ ກໍເພື່ອເລັ່ງໃສ່ ການອານະໄມ 3 ສະອາດ, ລວມທັງການປັດກວດ ເດີ່ນທັງຫມົດຂອງສະຖານທູດ, ເກັບມ້ຽນສິ່ງເສດເຫລືອຂອງວັດຖຸປະເພດເສດເຫລັກ, ວັດຖຸສິ່ງຂອງອື່ນໆທີ່ເປ້ເພ, ແຕກຫັກ ແລະ ໃຊ້ການບໍ່ໄດ້ເພື່ອເກັບໃສ່ຖົງອານະໄມເພື່ອກຽມເອົາໄປຖິ້ມ, ຫງ່າໄມ້, ໃບໄມ້ ແລະ ເຈ້ຍເສດອື່ນໆເພື່ອເຮັດໃຫ້ ເດີ່ນບໍລິເວນສໍານັກງານສະຖານທູດເຮົາມີຄວາມເປັນລະບຽບຮຽບຮ້ອຍ, ເປັນຕາຫນ້າຢູ່, ຮັກສາໄດ້ຄວາມສົດໃສ ແລະ ຂຽວງາມຂອງທໍາມະຊາດ, ສະອາດງາມຕາ, ປົກປ້ອງຈາກມົນລະພິດ ແລະ ຮັກສາສິ່ງແວດລ້ອມທີ່ດີ ແລະ ເປັນມິດ ໃນຂອບເຂດສໍານັກງານສະຖານທູດເຮົາ.

          ການອອກແຮງງານລວມຫມູ່ ໄດ້ຮັບຜົນສໍາເລັດເປັນຢ່າງດີຊຶ່ງມັນສະແດງອອກໃຫ້ເຫັນເຖິງ ຄວາມປຸ້ມລຸມສາ

ມັກຄີ ແລະ ຄວາມຮັບຜິດຊອບຂອງບັນດາສະມາຊິກຈາກສາມອົງການຈັດຕັ້ງມະຫາຊົນທີ່ໄດ້ເອົາໃຈໃສ່ເປັນຈິດຫນຶ່ງໃຈດຽວກັນ ໃນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນກໍາມະກອນສາກົນໃນຄັ້ງນີ້ ດ້ວຍບັນຍາກາດ

ຟົດຟື້ນ ແລະ ເປັນກັນເອງ.

          ການອອກແຮງງານ ໃນຂອບເຂດສໍານັກງານສະຖານທູດ ໄດ້ດໍາເນີນໄປຢ່າງຟົດຟື້ນ, ເປັນຂະບວນໂດຍໄດ້ໃຊ້ເວລາ ທັງຫມົດ 3 ຊົ່ວໂມງ ແລະ ໄດ້ສີ້ນສຸດລົງດ້ວຍການຫລີ້ນກິລາຫມາກບູນສາມັກຄີ ລະຫວ່າງ ສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ໃນສະຖານທູດພວກເຮົາ.

ບັນຍາກາດຂອງການອອກແຮງງານລວມຫມູ່ ໃນຄັ້ງນີ້ ເຕັມໄປດ້ວຍນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ພະນັກງານທັງຫມົດດ້ວຍກັນ ພ້ອມຄອບຄົວຂອງພະນັກງານ ພາຍໃນສະຖານທູດພວກເຮົາ ແຕ່ຕົ້ນຕະຫລອດປາຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546