ໃນຕອນເຊົ້າຂອງວັນທີ05 ເມສາ 2019,ກະຊວງການຕ່າງປະເທດໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ ຄັ້ງປະຖົມມະລຶກ ໃນລະດັບຫົວໜ້າກົມ, ອັນເປັນການຜັນຂະຫຍາຍຜົນການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ ຄັ້ງປະຫວັດສາດ ຂອງທ່ານນາຍົກລັດຖະມົນຕີລາວເຮົາ ເມື່ອຕົ້ນເດືອນມີນນາທີ່ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ພົມມາ ຄໍາມະນີຈັນ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດລາວ ແລະ ທ່ານ ນາງ ອີນາ ເລີແປນ (Ina LEPEL), ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ເຢຍລະມັນ.
ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມືທີ່ດີມີມູນເຊື້ອມາຍາວນານ ລະຫວ່າງສອງປະເທດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ປີ 1958 ເປັນຕົ້ນມາ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ການຊ່ວຍເຫຼືອ ຂອງເຢຍລະມັນ ຕໍ່ ສປປ ລາວ ແລະ ປຶກສາຫາລືທິດທາງການຮ່ວມມືກັນໃນຕໍ່ໜ້າ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມື ໃນຂອບອີຢູ, ອາຊຽນ ແລະ ສປຊ ກໍ່ຄືບັນຫາພາກພື້ນ ແລະ ບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການປຶກສາຫາລືແມ່ນແນໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ແຕກເອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.
ໃນໄລຍະຜ່ານມາ, ລັດຖະບານເຢຍລະມັນ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສຸມໃສ່ສອງຂະແໜງການບູລິມະສິດຄື: ການຮ່ວມມືທາງດ້ານເຕັກນິກ ຜ່ານອົງການຮ່ວມມືສາກົນ ເພື່ອການພັດທະນາ ຂອງເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອ ເພື່ອການພັດທະນາ ຂອງເຢຍລະມັນ (KFW), ຊຶ່ງສອດຄ່ອງກັບເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວເຮົາ, ເປັນຕົ້ນແມ່ນເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ. ການຊ່ວຍເຫຼືອຂອງເຢຍລະມັນ ແກ່ ສປປ ລາວ ໃນໄລຍະປີ 2018-2020 ມີມູນຄ່າປະມານ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ. ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຝ່າຍລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ມີຕໍ່ ສປປລາວ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍ່ຄື ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ກອງປະຊຸມປຶກສາຫາລືຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນສ້າງສັນ ແລະ ເຂົ້າອົກເຂົ້າໃຈກັນເປັນຢ່າງດີ ບົນຈິດໃຈແຫ່ງມິດຕະພາບ ແລະ ການເປັນຄູ່ຮ່ວມມືອັນແທ້ຈິງ.