ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມ ທົບທວນກາງສະໄໝກ່ຽວກັບຜົນຂອງການຮ່ວມມື ລາວ - ອຽກລັງ ໄລຍະແຕ່ປີ 2017-2020

20190517Island220190517Island20190517Island3

ໃນຕອນເຊົ້າຂອງວັນທີ 17 ພຶດ​ສະ​ພາ 2019, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດໄດ້​ຈັດກອງປະຊຸມທົບທວນກາງ​​ສະໄໝຜົນອງການຮ່ວມມື ລາວ - ອຽກ​ລັງ ​ໃນໄລຍະ​​ແຕ່ປີ 2017-2020 ໂດຍ​ການ​ເປັນ​ປະ​ທານຮ່ວມ ລະຫວ່າງ​ ທ່ານ ພົມມາ ຄໍາມະນີຈັນ, ຫົວ​ໜ້າ​ກົມ​ເອີ​ຣົບ ແລະ ອາ​ເມ​ຣິ​ກາ​ແລະ ທ່ານ Ruairi de Burca, ຫົວໜ້າກົມການຊ່ວຍເຫຼືອອຽກລັງ.

ໃນກອງປະຊຸມຄັ້ງ​ນີ້ທັງສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການ ແລະ ທິດທາງການຮ່ວມມືໃນຕໍ່​ໜ້າ​ເຊັ່ນ: ຂະແໜງການສຶກສາ, ສາທາລະນະສຸກ ແລະ ການສ້າງຄວາມອາດສາມາດໃຫ້ແກ່ພະນັກງານລັດເພື່ອການນໍາໃຊ້ພາສາອັງກິດໃຫ້ຄ່ອງແຄ້ວ ແລະ ອື່ນໆ. ຫຼັງຈາກນັ້ນ, ກໍ່ໄດ້ຈັດ ພິທີມອບໃບຢັ້ງຢືນໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ຈຳນວນ 19 ທ່ານທີ່ສຳເລັດການຝຶກອົບຮົມພາສາອັງກິດ ໃນເດືອນ ກັນຍາ 2018 - ມີນາ 2019 ຊຶ່ງເປັນກຽດມອບໂດຍ ທ່ານ ຫົວໜ້າກົມການຊ່ວຍເຫຼືອຂອງອຽກລັງ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການຄ້າ ແຫ່ງ ສາ​ທາ​ລະ​ນະ​ລັດ ອຽກ​ລັງ.

ໃນໂອກາດການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຫົວໜ້າກົມການຊ່ວຍເຫຼືອອຽກລັງ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການຄ້າ ອຽກ​ລັງ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ ກິ​ແກ້ວ ຈັນ​ທະ​ບູ​ລີ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ປະ​ຈໍາລາວ ແລະ ຢ້ຽມຢ້ຽມ ໂຄງການຮ່ວມມືດ້ານການຜະລິດອົງຄະທຽມແລະເຄື່ອງຄ້ຳຊູ (ອົງຄະທຽມ) ທີ່   ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ກ່ຽວກັບ ທິດທາງໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຕ່າງໆທີ່ມີຄວາມຈຳເປັນ, ຊຶ່ງເປັນໂຄງການທີ່ ອຽກ​ລັງ ໃຫ້ການຊ່ວຍເຫຼືອໃນປັດຈຸບັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484569
ມື້ນີ້85
ມື້ວານ188
ອາທິດນີ້1007
ເດືອນນີ້3874