ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງເປັນເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດ ເກົາຫລີ

2019.6.4-em-korea 

ໃນຕອນບ່າຍວັນທີ 31 ພຶດສະພາ 2019, ທ່ານ ທ່ຽງ ບຸບຜາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມູນ ແຈ ອິນ (Moon Jae In), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ເພື່ອດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເກົາຫລີ ທີ່ ທຳນຽບປະທານາທິບໍດີ ຈອງ ວາ ແດ (Cheong Wa Dae), ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ.

ໃນໂອກາດດັ່ງກ່າວ, ທ່ານ ທ່ຽງ ບຸບຜາ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ.ເກົາຫລີ, ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ເພື່ອນມິດທຸກຖ້ວນຫນ້າ.

ພະນະທ່ານ ມູນ ແຈ ອິນ ໄດ້ສະແດງຄວາມຂອບໃຈ ແລະ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ, ລັດຖະບານ ແລະ ປະຊາຊົນລາວເພື່ອນມິດເຊັ່ນດຽວກັນ. ພ້ອມກັນນັ້ນ, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທ່ຽງ ບຸບຜາ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫລີ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ວຽກງານການທູດຂອງຕົນຢູ່ ສ.ເກົາຫລີ.

ທ່ານ ທ່ຽງ ບຸບຜາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນ ແລະ ຮ່ວມມືສອງຝ່າຍ, ເປັນຕົ້ນການຊ່ວຍເຫລືອທີ່ມີຄຸນຄ່າຈາກລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວໃນໄລຍະຜ່ານມາ ແລະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອດັ່ງກ່າວ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງຝ່າຍໃນໄລຍະຜ່ານມາ ກໍຄືຜົນສຳເລັດການພົບປະຂອງການນຳຂັ້ນສູງຂອງສອງປະເທດໃນໂອກາດກອງປະຊຸມສຸດຍອດອາຊຽນ, ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນໃກ້ຊິດ ແລະ ສົ່ງເສີມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຫລາຍຂຶ້ນກວ່າເກົ່າ. ສປປ ລາວ ສະຫນັບສະຫນູນການເປັນເຈົ້າພາບຂອງ ສ.ເກົາຫລີ ໃນການຈັດກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ ເພື່ອສະເຫລີມສະຫລອງສາຍພົວພັນ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ແລະ ກອງປະຊຸມສຸດຍອດຄັ້ງປະຖົມມະລຶກ ແມ່ນໍ້າຂອງ-ສ.ເກົາຫລີ.

ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍ ແລະ ໃນກອບຫລາຍຝ່າຍທີ່ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ທັງໄດ້ສະແດງຄວາມຂອບໃຈຕໍ່ທັດສະນະ ແລະ ການສະຫນັບສະຫນູນຂອງລາວໃນການແກ້ໄຂບັນຫາແຫລມເກົາຫລີ, ບັນຫາໃນເຂດອາຊີ-ປາຊີຟິກ ແລະ ນະໂຍບາຍໃຫມ່ຫັນສູ່ໃຕ້ຂອງ ສ.ເກົາຫລີ.

ທ່ານ ທ່ຽງ ບຸບຜາ ໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງພະນະທ່ານປະທານາທິບໍດີ ທີ່ມີຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ແລະ ໄດ້ອວຍພອນໃຫ້ພະນະທ່ານປະທານາທິບໍດີ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນຫນ້າທີ່ວຽກງານອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ ໃນການນຳພາປະເທດຊາດ ແລະ ປະຊາຊົນ ສ.ເກົາຫລີ ໄປສູ່ຄວາມຈະເລີນຮຸ່ງເຮືອງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485857
ມື້ນີ້156
ມື້ວານ206
ອາທິດນີ້893
ເດືອນນີ້5162