ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມຄະນະສະເພາະກິດລະດັບສູງ ວ່າດ້ວຍ ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025

 

 

HLTF2024

 

ໃນວັນທີ 27-29 ກຸມພາ 2024 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ຄັ້ງທີ 13 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈາຕຸລົງ ບົວສີສະຫວັດ, ຜູ້ຊົງຄຸນວຸດທິຂອງ ສປປ ລາວ ໃນໜ່ວຍງານເພາະກິດຂັ້ນສູງ ເພື່ອຮ່າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 ແລະ ທ່ານ ດາໂຕ ຊາຍນູດິນ ບິນ ຢາຢາ, ຜູ້ຊົງຄຸນວຸດທິຂອງ ມາເລເຊຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຜູ້ຊົງຄຸນວຸດທິ, ຜູ້ຕາງໜ້າຂັ້ນສູງ ແລະ ຄະນະ ຜູ້ແທນ ຂອງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ.

ອ່ານເພີ່ມເຕີມ... 

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 38 ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ

   

  

20230220 23 ASEAN 1

     

    

ສປປ ລາວ ​​ເປັນ​ເຈົ້າພາບ​ຈັດກອງປະຊຸມ ຄັ້ງທີ 38 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ  ວ່າດ້ວຍ ສິດທິມະນຸດ (ASEAN Intergovernmental Commission on Human Rights  ຫຼື AICHR)  ໃນວັນທີ 20-23 ກຸມພາ 2024 ທີ່ ໂຮງແຮມເສດຖາປາລຣາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ             ທ່ານ ທູດ ຢົ້ງ ຈັນທະລັງສີ, ຜູ້ຕາງໜ້າ ສປປ ລາວ ປະຈໍາ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ແລະ ທັງເປັນປະທານຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ສຳລັບປີ 2024. ​ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີ​ຜູ້ຕາງໜ້າຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ອາຊຽນ ປະຈຳ​ຄະນະ​ກຳມາ​ທິການ​ດັ່ງກ່າວ ແລະ ພະນັກງານຈາກກອງ​ເລຂາ​ອາຊຽນ. ນອກນັ້ນ, ກໍມີຜູ້ຕາງໜ້າຈາກປະເທດ ຕີມໍ ເລສເຕ ເຂົ້າຮ່ວມໃນຖານະປະເທດສັງເກດການ. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສະໄໝສາມັນຄັ້ງທຳອິດຂອງ​ຄະນະ​ກຳມາ​ທິການລະຫວ່າງ​ລັດຖະບານ​ອາຊຽນ ວ່າ​ດ້ວຍ ສິດທິ​ມະນຸດ ສຳລັບປີ 2024 ພາຍ​ໃຕ້ການເປັນປະທານຂອງ ສປປ ລາວ.

ອ່ານເພີ່ມເຕີມ... 

ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ເຊີແນວ ສໍາເລັດການເປັນປະທານກອງປະຊຸມ ACG ຄັ້ງທີ 1

   

  

  

20240216 Lao PS to Switz

  

  

ໃນວັນທີ 16 ກຸມພາ 2024, ໂດຍອີງຕາມຮອບວຽນການເປັນປະທານຄະນະກໍາມະການອາຊຽນ-ເຊີແນວ (ASEAN Committee in Geneva (ACG)) ສົກປີ 2024, ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ເຊີແນວ, ສະວິດເຊີແລນ, ໄດ້ສໍາເລັດການເປັນປະທານກອງປະຊຸມ ACG ຄັ້ງທີ 1 ດ້ວຍຜົນສໍາເລັດອັນຈົບງາມ ໂດຍມີບັນດາທູດ ອາຊຽນ ແລະ ຕີມໍແລັດສະເຕ ເຂົ້າຮ່ວມຢ່າງພ້ອມພຽງ.

   

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508785
ມື້ນີ້180
ມື້ວານ381
ອາທິດນີ້1438
ເດືອນນີ້7175