ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມືອາຊີ ຄັ້ງທີ 15

ໂດຍຕອບສະໜອງຕາມການ​ເຊື້ອເຊີນຂອງ ພະນະທ່ານ Abdullah bin Zayed Al Nahyan, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ຂອງ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ, ຄະນະຜູ້ແທນ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງລັດຖະມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍຄະນະ ຈະ​ໄດ້​ເດີນທາງ​​ເຂົ້າ​ຮ່ວມ​ກອງ​ປະຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ເວ​ທີ​ປຶກ​ສ​າຫາ​ລືຂອບ​ການ​ຮ່ວມ​ມື​ອາຊີ ຫຼື ເອຊີດີ ຄັ້ງ​ທີ 15 (15th Asia Cooperation Dialogue (ACD) Ministerial Meeting), ໃນລະຫວ່າງວັນທີ 14-17 ມັງ​ກອນ 2017, ທີ່ ອາ​ບູ​ດາ​ບີ, ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີຕ່າງປະເທດ ເຊັນປື້ມໄຫວ້ອາໄລແກ່ ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ

SengPh GM1 SengPh GM2

 

ໃນຕອນເຊົ້າຂອງວັນທີ 13 ມັງກອນ 2017, ​ທີ່ ສະ​ຖານ​ທູດ​ເຢຍລະມັນ ປະຈຳ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາວ, ໄດ້ນຳພາຄະນະ​​ເຂົ້າຮ່ວມເຊັນ​ປື້ມ​ໄຫວ້​ອາ​ໄລ​​ ແດ່ດວງວິນຍານຂອງ ທ່ານ Roman Herzog, ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ (1994-1999) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 10 ມັງກອນ 2017.

ອ່ານເພີ່ມເຕີມ... 

ເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ພະນັັກງານຄູອາຈານ ແລະ ນັກສຶກສາ ຂອງມະຫາວິທະຍາໄລສຸພານຸວົງ

tp sdg

ໃນຕອນບ່າຍຂອງວັທີ 26 ທັນວາ 2016,ທີ່ສະໂມສອນໃຫ່ຍຂອງມະຫາວິທະຍາໄລສຸພານຸວົງ, ວິທະຍາເຂດບ້ານດອນເມືອງໃໝ່ທີ່ແຂວງຫຼວງພະບາງ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອຕິດຕາມການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ແກ່ພະນັກງານຄູອາຈານແລະນັກສຶກສາຈາກມະຫາວິທະຍາໄລສຸພານຸວົງ, ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ500 ກວ່າທ່ານ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານທອງຜ່ານສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດໂດຍມີທ່ານຮສ. ວິໄຊຈັນສະຫວ່າງ,ຮັກສາການອະທິການບໍດີມະຫາວິທະຍາໄລສຸພານຸວົງ ເປັນປະທານຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບຟັງການບັນລະຍາຍໂດຍວິທະຍາກອນຈາກ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບ ເປົ້າຫມາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ກໍຄືຍຸດທະສາດການພັດທະນາ ຮອດປີ 2025 ແລະ ວິໄສທັດປີ 2030 ຂອງ ສປປ ລາວ ທີ່ໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃສ່ນຳ ທັງນີ້ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມທັງຫມົດມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ.​

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487649
ມື້ນີ້89
ມື້ວານ228
ອາທິດນີ້11
ເດືອນນີ້1042