ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ລາວ ແລະ ມົງໂກລີ ເຊັນສັນຍາວ່າດ້ວຍ ສິດນຳໃຊ້ທີ່ດິນ ແລະ ອາຄານ ເປັນສຳນັກງານການທູດ

 

Mouland1 Mouland2

 

ໃນວັນທີ 26 ທັນວາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເຊັນສັນຍາວ່າດ້ວຍ ສິດນຳໃຊ້ທີ່ດິນ ແລະ ອາຄານ ເປັນສຳນັກງານການທູດ, ຊຶ່ງຕາງໜ້າຈາກລັດຖະບານລາວ ຮ່ວມລົງນາມໃນຄັ້ງນີ້ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຈາກລັດຖະບານມົງໂກລີ ແມ່ນ ທ່ານ ລໍດອຍດຳບາການຣັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ, ໂດຍມີເຈົ້າໜ້າທີ່ທັງສອງຝ່າຍທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ. ການຮ່ວມລົງນາມໃນສັນຍາຄັ້ງນີ້ ແມ່ນເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ສຳນັກງານການທູດໃນດິນແດນຂອງກັນ ແລະ ກັນ ໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານທີ່ປະຈຳຢູ່ສະຖານທູດ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ເພີມທະວີການຮ່ວມມື ໃຫ້ມີປະສິດຕິພາບໃນການເຮັດວຽກ ແລະ ເພື່ອເປັນການຮັດແໜ້ນສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.

ກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ສອງແຂວງພາກເໜືອ

Mofa Neua3 MOFA Neua1

Mofa Neua6 Mofa Neua5

Mofa Neua4 MOFA Neua2

 

ໃນລະຫວ່າງວັນທີ 18-23 ທັນວາ 2016, ຂະບວນຄາລະວານລົດ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາເອກອັກຄະລັດຖະທູດ, ກົງສຸນໃຫຍ່, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ, ບັນດາ ຫົວໜ້າກົມ-ຮອງກົມ ຈາກກະຊວງການຕ່າງປະເທດ, ຫົວໜ້າ-ຮອງພະແນກພົວພັນຕ່າງປະເທດແຂວງ ຈາກ 17 ແຂວງ ແລະ ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ລວມທັງໝົດ 150 ກວ່າທ່ານ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ, ພາຍຫຼັງທີ່ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII, ໃນລະຫວ່າງວັນທີ 13-16 ທັນວາ 2016 ຜ່ານມາ, ທີ່ ນະຄອນຫຼວງວຽງຈັນ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການຄາດຕະກຳ ທູດຣັດເຊຍ ປະຈຳ ຕວກກີ

sp sign Rassia1

sp sign Rassia2

    ໃນຕອນບ່າຍ ວັນທີ 22 ທັນວາ 2016, ທີ່ ສະຖານທູດຣັດເຊຍ ປະຈໍາ ສປປ ລາວ, ທ່ານ  ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ໄປເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການຄາດຕະກຳ ທ່ານ ອັນເດຣ ກາລົບ, ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ຕວກກີ ໃນວັນທີ 19 ທັນວາ 2016 ໂດຍມີເນື້ອໃນດັ່ງລຸ່ມນີ້:

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490313
ມື້ນີ້79
ມື້ວານ261
ອາທິດນີ້1512
ເດືອນນີ້3706