ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ສອງແຂວງພາກເໜືອ

Mofa Neua3 MOFA Neua1

Mofa Neua6 Mofa Neua5

Mofa Neua4 MOFA Neua2

 

ໃນລະຫວ່າງວັນທີ 18-23 ທັນວາ 2016, ຂະບວນຄາລະວານລົດ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາເອກອັກຄະລັດຖະທູດ, ກົງສຸນໃຫຍ່, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ, ບັນດາ ຫົວໜ້າກົມ-ຮອງກົມ ຈາກກະຊວງການຕ່າງປະເທດ, ຫົວໜ້າ-ຮອງພະແນກພົວພັນຕ່າງປະເທດແຂວງ ຈາກ 17 ແຂວງ ແລະ ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ລວມທັງໝົດ 150 ກວ່າທ່ານ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ, ພາຍຫຼັງທີ່ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII, ໃນລະຫວ່າງວັນທີ 13-16 ທັນວາ 2016 ຜ່ານມາ, ທີ່ ນະຄອນຫຼວງວຽງຈັນ.

 

ໃນໂອກາດຢ້ຽມຢາມ, ທ່ານ ນາງ ຄຳເພົາ ເອີນທະວັນ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ວັນໄຊ ແພງຊຸມມາ, ເລຂາຄະນະພັກແຂວງ, ເຈົ້າແຂວງໆຫົວພັນ ແລະ ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ອຸເທນ ມາສີຊົນໄຊ, ຮອງເລຂາພັກແຂວງຊຽງຂວາງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ເຊິ່ງການນຳທັງສອງແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ພ້ອມທັງລາຍງານໃຫ້ຊາບເຖິງ ສະພາບການພົ້ນເດັ່ນຂອງການພັດທະນາເສດຖະກິດຂອງແຂວງ ທີ່ນັບມື້ນັບໄດ້ຮັບການຂະຫຍາຍຕົວສູງ, ການພົວພັນວຽກງານການຕ່າງປະເທດຂອງແຂວງ ແລະ ແຜນວຽກຈຸດຊຸມອື່ນໆໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳຂອງແຂວງ ແລະ ໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ, ຫວນຄືນຖິ່ນກຳເນີດ, ເຊີດຊູມູນເຊື້ອປະຕິວັດ, ນ້ຳໃຈເສຍສະຫຼະອັນສູງສົ່ງ ແລະ ວິລະກຳອັນຍິ່ງໃຫຍ່ຂອງບັນດາຜູ້ນຳທີ່ແສນເຄົາລົບຮັກ ທີ່ໄດ້ນຳພາ ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບພວກຈັກກະພັດຮຸກຮານ ຢ່າງພິລະອາດຫານ ຈົນໄດ້ຮັບໄຊຊະນະ ແລະ ໄດ້ລາຍງານໃຫ້ຊາບ ຜົນສຳເລັດຂອງການປະຕິບັດວຽກງານການຕ່າງປະເທດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມປິ່ນອ້ອມອື່ນໆ, ພ້ອມທັງລາຍງານຜົນສໍາເລັດຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ແລະ ອື່ນໆ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຖິງບັນດາຄະນະນຳແຂວງ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ.

 

ໃນການຢ້ຽມຢາມສອງແຂວງພາກເໜືອ ຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມໃນການຈັດປາຖະກະຖາເຜີຍແຜ່ ກ່ຽວກັບ ຜົນສຳເລັດການປະຕິບັດແນວທາງການຕ່າງປະເທດ, ຜົນສຳເລັດການເປັນປະທານ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2016 ແລະ ຜົນສຳເລັດກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງ ແລະ ນັກສຶກສາປັນຍາຊົນ.

 

ໃນໂອກາດທີ່ເດີນທາງຢ້ຽມຢາມເຮັດວຽກຢູ່ ແຂວງຫົວພັນ, ຄະນະໄດ້ຮັບຟັງການໂອ້ລົມຈາກ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຖ້ຳປະທານ ໄກສອນ ພົມວິຫານ, ຊຶ່ງທ່ານໄດ້ເລົ່າຫວນຄືນ ການເຄື່ອນໄຫວປະຕິວັດ ທີ່ລະອິດລະອ້ຽວ, ຫຍຸ້ງຍາກລຳບາກ ແລະ ຍາວນານ ຂອງບັນດາຜູ້ນຳລາວ, ແຕ່ດ້ວຍຄວາມສະຫຼາດສ່ອງໃສ, ມີໄຫວພິບ ແລະ ບໍ່ຍອມຈຳນົນຕໍ່ພວກຈັກກະພັດຕ່າງດ້າວ ຈຶ່ງສາມາດນຳພາປະຊາຊົນຕໍ່ສູ້ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ນຳເອກະລາດມາສູ່ປະເທດຊາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975. ໃນໂອກາດດັ່ງກ່າວນີ້, ທ່ານນາຍົກ ໄດ້ຮຽກຮ້ອງໃຫ້ພະນັກງານກະຊວງການຕ່າງປະເທດທຸກຄົນ ຕ້ອງເພີ່ມທະວີຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຝຶກຝົນຫຼໍ່ຫຼອມ ໃຫ້ມີທັດສະນະການເມືອງທີ່ຖືກຕ້ອງ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ໃຫ້ສູງຂຶ້ນເລື້ອຍໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ໃນຍຸກແຫ່ງການເຊື່ອມໂຍງນີ້ ມີປະສິດທິຜົນສູງກວ່າເກົ່າ.

 

ນອກຈາກນີ້, ຄະນະຂະບວນຄາລະວານດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມທັດສະນະສຶກສາຖ້ຳບັນດາທ່ານຜູ້ນຳ ແລະ ສະຖານທີ່ສຳຄັນຕ່າງໆ ພ້ອມທັງໄດ້ປະກອບສ່ວນປັດໃຈຈຳນວນໜຶ່ງ ສຳລັບບູລະນະຖ້ຳອະດີດການນຳຂອງ ແຂວງຫົວພັນ ແລະ ຖ້ຳປິວ ຢູ່ແຂວງຊຽງຂວາງ ແລະ ສາມອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ກໍໄດ້ເຄື່ອນໄຫວໄປມອບເຄື່ອງຊ່ວຍເຫຼືອເພື່ອຕ້ານໄພໜາວ ແລະ ອຸປະກອນຮັບໃຊ້ການຮຽນໃຫ້ແກ່ນ້ອງນັກຮຽນທີ່ທຸກຍາກ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480523
ມື້ນີ້181
ມື້ວານ172
ອາທິດນີ້921
ເດືອນນີ້6754