ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ພິທີມອບ-ຮັບ ກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

MIA US

 

ໃນວັນທີ 16 ກຸມພາ 2016, ທີ່ ສະໜາມບິນສາກົນສະຫວັນນະເຂດ, ແຂວງສະຫວັນນະເຂດ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຊຶ່ງແມ່ນຜົນຈາກການປະຕິບັດງານຮ່ວມລາວ-ອາເມລິກາ ໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາປີ 2016-2017 ຢູ່ ກໍລະນີ 1368, ຢູ່ເຂດບ້ານຜານົບ, ເມືອງບົວລະພາ, ແຂວງຄໍາມ່ວນ, ເຊິ່ງໄດ້ພົບເຫັນຊິ້ນສ່ວນຈຳນວນໜຶ່ງ.

 

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA, ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນທ່ານ ນາງ Rena Bitter, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ.

 

ໃນພິທີ່ດັ່ງກ່າວ ຍັງມີທ່ານຮອງເຈົ້າແຂວງຄຳມ່ວນ, ເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ພະນັກງານທ້ອງຖິ່ນທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ພະນັກງານວິຊາການລາວ-ອາເມລິກາ ທີ່ເຮັດວຽກງານຕົວຈິງໃນພາກສະໜາມຈໍານວນໝຶ່ງ ເຂົ້າຮ່ວມນໍາ.

 

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະເວລາ 30 ປີ ທີ່ຜ່ານມາການຮ່ວມມືສອງຝ່າຍລາວ-ອາເມລິກາ ໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວໄດ້ຮັບຜົນເປັນກ້າວໆມາ ໂດຍໄດ້ຄົ້ນພົບ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ, ຊຶ່ງອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ, ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທັງໝົດມີ 573 ຄົນ. ນັບແຕ່ສອງຝ່າຍໄດ້ມີການຮ່ວມມືກັນມາ ແຕ່ປີ 1985 ຈົນເຖິງປັດຈຸບັນ, ລັດຖະບານລາວ ໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວແລ້ວຈຳນວນ 273 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວ ນໍາໄປທໍາພິທີທາງສາດສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ, ສ່ວນອີກ 300 ຄົນທີ່ຍັງເຫຼືອ ແມ່ນຈະໄດ້ຮ່ວມກັນສືບຕໍ່ສໍາຫຼວດ ແລະ ຂຸດຄົ້ນໃນການປະຕິບັດງານຄັ້ງຕໍ່ໄປ.

 

ການທີ່ທັງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບຜົນສຳເລັດອັນດີດັ່ງກ່າວໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນ ກໍຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ, ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ.

ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ປຶກສາຫາລື ກ່ຽວກັບ ແຜນຈະກໍ່ສ້າງຂົວຂ້າມເຊລໍາເພົາ

 

Sengphetcambodia

 

ໂດຍປະຕິບັດ​ຕາມການຕົກລົງເຫັນດີຂອງສອງນາຍົກລັດຖະມົນຕີລາວແລະກຳປູເຈຍ, ຄັ້ງວັນທີ 23 ພະຈິກ 2016 ທີ່ ຊຽມຣຽບ, ຣາຊະອານາຈັກ ກໍາປູເຈຍ, ໃນວັນທີ 27 ມັງກອນ 2017, ຄະ​ນະ​ປະຕິບັດງານຮ່ວມລາວ-ກໍາປູເຈຍ; ກໍາປູເຈຍ-ລາວ, ຊຶ່ງຝ່າຍ​ລາວ ນຳໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະ​ນະປະຕິບັດງານຮ່ວມຝ່າຍກຳ​ປູ​ເຈຍ ນ​ຳ​ໂດຍ ທ່ານ ລອງ ວິຊະໂລ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ໂດຍມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາການນໍາ​ຂອງແຂວງ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະ​ແໜງ​ການ​ທີ່ກ່ຽວຂ້ອງຂອງລາວ ແລະ ກຳ​ປູ​ເຈຍ ໄດ້ຮ່ວມກັນສຳຫຼວດ​​ພູມີປະເທດຕົວຈິງແລະປຶກສາຫາລືກັນ ກ່ຽວກັບຈຸດທີ່ຈະກໍ່ສ້າງຂົວຂ້າມເຊລຳເພົາແລະ ໄດ້ເຫັນດີເປັນເອກະພາບກັນກໍານົດຈຸດທີ່ຈະສ້າງຂົວດັ່ງກ່າວ ຢູ່ລະຫວ່າງບໍລິເວນບ້ານເວີນຍາງ, ເມືອງມຸນລະປະໂມກ, ແຂວງຈໍາປາສັກ (ລາວ) ແລະ ຕາແສງທ່າເປືອຍ, ແຂວງເພຣຍວິເຮຍ (ກໍາປູເຈຍ) ຊຶ່ງມີໄລຍະຫ່າງຈາກປາກເຊລໍາເພົາປະມານ 1500 ແມັດ.

ການ​ລົງ​ສຳຫຼວດຢູ່​ພື້ນ​ທ່ີ່ຕົວ​ຈິງໃນ​ຄັ້ງ​ນີ້ ເປັນການປະຕິບັດຕາມເຈດຕະນາລົມແລະຄວາມມຸ້ງມາດາດຖະ ໜາຂອງລັດຖະບານສອງປະເທດລາວແລະກຳປູເຈຍທີ່ຢາກຈະຂະຫຍາຍຕາໜ່າງການເຊື່ອມໂຍງ ເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ, ສົ່ງເສີມການແລກປ່ຽນການຄ້າ, ການທ່ອງທ່ຽວ ລະຫວ່າງສອງປະເທດ, ພ້ອມທັງເປັນການເພີ່ມທະວີການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນທັງໃນລະດັບສູນກາງແລະທ້ອງຖິ່ນເພື່ອຍົກລະດັບຊີວິດກາເປັນຢູ່ຂອງປະຊາຊົນ ຢູ່ຕາມບໍລິເວນຊາຍແດນໃຫ້ນັບມື້ດີຂຶ້ນກວ່າເກົ່າ.

ອີງໃສ່ຜົນການສຳຫຼວດພື້ນທີ່ຕົວຈິງ, ສອງຝ່າຍໄດ້ປຶກສາຫາລືແລະແລກປ່ຽນຄວາມເຫັນນໍາກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຂົວດັ່ງກ່າວໄດ້ຮັບການກໍ່ສ້າງໂດຍໄວ ແລະ ຮັບປະກັນທາງດ້ານສິດຜົນປະໂຫຍດຂອງທັງສອງຝ່າຍ, ພ້ອມທັງຈະນໍາເອົາຜົນຂອງການສໍາຫຼວດພື້ນທີ່ຕົວຈິງຄັ້ງນີ້ ລາຍງານຂັ້ນເທິງຂອງຕົນໃຫ້ການຊີ້ນໍາ. ການພົບປະແລະ ການສຳຫຼວດພື້ນທີ່ຕົວຈິງໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດ, ມິດຕະພາບທີ່ດີນຳກັນແລະໄດ້ລົງນາມ​​ບົດບັນທຶກຮ່ວມກັນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຄະນະນຳກະຊວງການຕ່າງປະເທດ ອວຍພອນປີໃໝ່ຫວຽດນາມ

 

Khampaoviet2

 

ໃນວັນທີ 20 ມັງກອນ 2017, ທີ່ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ບຸນປີໃໝ່ ເຊິ່ງເປັນບຸນປະເພນີຂອງປະຊາຊົນຫວຽດນາມ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ຄະນະນຳກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານ ໄດ້ອວຍພອນໄຊອັນປະເສີດ ແດ່ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄອບຄົວ ແລະ ພະນັກງານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487601
ມື້ນີ້41
ມື້ວານ228
ອາທິດນີ້1263
ເດືອນນີ້994