ໃນວັນທີ 01 ທັນວາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ Claudio De Negri Quintna, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຈີເລ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ຮ່າໂນ້ຍ. ໃນໂອກາດນີ້, ທັງສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການປຶກສາຫາລືດ້ານການເມືອງ MOU ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ.ຈີເລ, ໂດຍທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມລົງນາມກັບ ທ່ານ Claudio De Negri Quintna, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຈີເລ ຊຶ່ງເປັນບາດກ້າວລິເລີ່ມອັນສຳຄັນໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມື ລະຫວ່າງ ສອງກະຊວງໃຫ້ນັບມື້ດີຂຶ້ນໃນອານາຄົດ.