ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ພະນັັກງານຄູອາຈານ ແລະ ນັກສຶກສາ ຂອງມະຫາວິທະຍາໄລສຸພານຸວົງ

tp sdg

ໃນຕອນບ່າຍຂອງວັທີ 26 ທັນວາ 2016,ທີ່ສະໂມສອນໃຫ່ຍຂອງມະຫາວິທະຍາໄລສຸພານຸວົງ, ວິທະຍາເຂດບ້ານດອນເມືອງໃໝ່ທີ່ແຂວງຫຼວງພະບາງ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອຕິດຕາມການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ແກ່ພະນັກງານຄູອາຈານແລະນັກສຶກສາຈາກມະຫາວິທະຍາໄລສຸພານຸວົງ, ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ500 ກວ່າທ່ານ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານທອງຜ່ານສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດໂດຍມີທ່ານຮສ. ວິໄຊຈັນສະຫວ່າງ,ຮັກສາການອະທິການບໍດີມະຫາວິທະຍາໄລສຸພານຸວົງ ເປັນປະທານຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບຟັງການບັນລະຍາຍໂດຍວິທະຍາກອນຈາກ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບ ເປົ້າຫມາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ກໍຄືຍຸດທະສາດການພັດທະນາ ຮອດປີ 2025 ແລະ ວິໄສທັດປີ 2030 ຂອງ ສປປ ລາວ ທີ່ໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃສ່ນຳ ທັງນີ້ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມທັງຫມົດມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ.​

ໃນວັນທີ 25 ກັນຍາ 2015 ທີ່ນິວຢອກ, ສະຫະລັດ ອາເມລິກາ, ຜູ້ນຳຂອງ 193 ປະເທດສະມາຊິກອົງການສະຫະປະຊາຊາດ, ລວມທັງ ພະນະທ່ານ ຈູມມາລີ ໄຊຍະສອນ,​ ປະທານປະເທດ ແຫ່ງ ສປປ ລາວ ໃນຂະນະນັ້ນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອົງການສະຫະປະຊາຊາດ ເພື່ອຮັບຮອງວາລະການພັດທະນາຂອງສາກົນທີ່ເປັນຄັ້ງປະຫວັດສາດທີ່ເອີ້ນວ່າ "ຫັນປ່ຽນໂລກຂອງພວກເຮົາ: ວາລະ 2030 ເພື່ອການພັດທະນາແບບຍືນຍົງ",ເຊິ່ງລວມເຖິງເປົ້າຫມາຍການພັດທະນາແບບຍືນຍົງ ທີ່ກວມເອົາ 3 ດ້ານຄື:ເສດຖະກິດ, ສັງຄົມແລະສິ່ງແວດລ້ອມໂດຍມີທັງໝົດ 17 ເປົ້າໝາຍຄື:

1. ​ລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ;

2. ລຶບລ້າງຄວາມອຶດຫິວ, ບັນລຸການຄ້ຳປະກັນສະບຽງອາຫານແລະປັບປຸງດ້ານໂພຊະນາການແລະສົ່ງເສີມການກະສິກຳແບບຍືນຍົງ;

3. ຮັບປະກັນການມີສຸຂະພາບທີ່ດີແລະສົ່ງເສີມຊີວິດການເປັນຢູ່ທີ່ດີຂອງທຸກຄົນທຸກເກນອາຍຸ;

4. ຮັບປະກັນການສຶກສາທີ່ມີຄຸນນະພາບ, ເທົ່າທຽມກັນແລະທົ່ວເຖີງແລະສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບໝົດທຸກຄົນ;

5. ບັນລຸຄວາມສະເໝີພາບລະຫວ່າງຍິງ​-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະເດັກຍິງທຸກຄົນ;

6. ຮັບປະກັນໃຫ້ມີນ້ຳໃຊ້ແລະການບໍລິຫານນ້ຳແບບຍືນຍົງແລະສຸຂະອະນາໄມສຳລັບໝົດທຸກຄົນ;

7. ຮັບປະກັນການເຂົ້າເຖີງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ແລະລາຄາບໍ່ແພງສຳລັບໝົດທຸກຄົນ;

8. ສົ່ງເສີມການຂະຍາຍຕົວທາງດ້ານເສດຖະກິດທີ່ຕໍ່ເນື່ອງ, ທົ່ວເຖີງແລະຍືນຍົງ, ການມີວຽກເຮັດງານທຳທີ່ມີປະສິດທິຜົນແລະເຕັມສ່ວນແລະວຽກທີ່ມີຄຸນຄ່າສຳລັບໝົດທຸກຄົນ;

9. ສ້າງພື້ນຖານໂຄງລ່າງທີ່ໝັ້ນຄົງທົນທານ, ສົ່ງເສີມການຫັນເປັນອຸດສາຫະກຳແບບຍືນຍົງແລະທົ່ວເຖີງແລະສົ່ງເສີມນະວັດຕະກຳ;

10. ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດແລະລະຫວ່າງປະເທດ;

11. ສ້າງຕົວເມືອງແລະທີ່ພັກພາອາໃສຂອງປະຊາຊົນໃຫທົ່ວເຖີງ, ປອດໄພ, ໝັ້ນຄົງທົນທານແລະຍືນຍົງ;

12. ຮັບປະກັນຮູບແບບການອຸປະໂພກບໍລິໂພກແລະການຜະລິດໃຫ້ມີຄວາມຍືນຍົງ;

13. ເອົາມາດຕະການອັນຮີບດ່ວນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດແລະຮັບມືຜົນກະທົບຈາກບັນຫາດັ່ງກ່າວ;

14. ອະນຸລັກແລະຊົມໃຊ້ມະຫາສະມຸດ, ທະເລແລະຊັບພະຍາກອນທາງທະເລແບບຍືນຍົງເພື່ອການພັດທະນາແບບຍືນຍົງ;

15. ປົກປ້ອງ, ຟື້ນຟູແລະສົ່ເສີມການນຳໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິແລະຟື້ນຟູການເສື່ອມໂຊມຂອງດິນແລະຢຸດການສູນເສຍຊີວະນາໆພັນ;

16. ສົ່ງເສີມໃຫ້ສັງຄົມມີຄວາມສະຫງົບສຸກແລະກວມລວມເພື່ອການພັດທະນາແບບຍືນຍົງ, ໃຫ້ທຸກຄົນສາມາດເຂົ້າເຖີງຄວາມຍຸຕິທຳແລະ້າງສະຖາບັນມີປະສິດທິພາບ, ມີຄວາມຮັບຜິດຊອບແລະທົ່ວເຖີງໃນທຸກລະດັບ;

17. ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແລະຟື້ນຟູການເປັນຄູ່ຮ່ວມສາກົນເພື່ອການພັດທະນາແບບຍືນຍົງ;

ນອກຈາກການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາ ແບບຍືນຍົງ ຂອງສາກົນ ໃນ 15 ປີຕໍ່ຫນ້າ, ລັດຖະບານລາວ ຍັງຈະສືບຕໍ່ຄວາມພະຍາຍາມ ຂອງຕົນ ເພື່ອສານຕໍ່ວຽກງານແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ເປັນເປົ້າຫມາຍສະຫັດສະຫວັດດ້ານການພັດທະນາທີ9 ຂອງຕົນ ໂດຍໄດ້ມີພິທີຮັບຮອງເອົາເປົ້າຫມາຍການພັດທະນາແບບຍືນຍົງແຫ່ງຊາດ ເປົ້າໝາຍທີ 18 ກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ ຢ່າງເປັນທາງການໃນວັນທີ 7 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ບັນ ກີມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໃນໂອກາດທີ່ເດີນທາງມາຮ່ວມ ກອງປະຊຸມ ສຸດຍອດອາຊຽນ-ອົງການ ສປຊ. ສຳລັບກົນໄກການຕິດຕາມການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ, ລັດຖະບານລາວ ໄດ້ມີການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ, ມີກອງເລຂາຢູ່ກະຊວງການຕ່າງປະເທດ ແລະ ມີຈຸດປະສານງານຢູ່ກະຊວງຂະແຫນງການທີ່ກ່ຽວຂ້ອງ.

ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແມ່ນເປັນແຜນສືບຕໍ່ບຸກທະລຸ ແລະ ເປັນການຈັດຕັ້ງປະຕິບັດມະຕິ X ຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງໄດ້ຖືກຮັບຮອງຈາກກອງປະຊຸມສະພາແຫ່ງຊາດ ໃນເດືອນ ເມສາ ປີ 2016 ໂດຍຈຸດໝາຍລວມ ແມ່ນນໍາພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ເປັນແຜນທີ່ໄດ້ມີການເຊື່ອມສານເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ, ເປັນແຜນສືບຕໍ່ແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດ, ເປີດກວ້າງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ແຜນ 5 ປີຄັ້ງທີ 8 ມີຄວາມແຕກຕ່າງຈາກແຜນ 5 ປີຄັ້ງຜ່ານມາ ເນື່ອງຈາກແຜນຄັ້ງນີ້ ແມ່ນສ້າງຂຶ້ນ ໂດຍສຸມໃສ່ໝາກຜົນທີ່ຄາດວ່າຈະໄດ້ຮັບໃນປີສຸດທ້າຍຂອງແຜນຫ້າປີ ແລະ ໄດ້ມີຂອບຕິດຕາມ ແລະ ປະເມີນຜົນ ເພື່ອຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ໂດຍຜ່ານການຈັດຕັ້ງ ປະຕິບັດແຜນປີ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຮັບຟັງການບັນຍາຍ ແລະ ມີຄວາມສົນໃຈໃນການສົນທະນາແລກປ່ຽນຄຳເຫັນກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ ຢ່າງຟົດຟື້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485753
ມື້ນີ້52
ມື້ວານ206
ອາທິດນີ້789
ເດືອນນີ້5058