ໃນວັນທີ 23 ກຸມພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບ ທ່ານ ຫຼິວ ເຈິ້ນໝິນ (LIU Zhenmin), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 22-24 ກຸມພາ 2017 ນີ້, ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ເປັນມູນເຊື້ອມາແຕ່ດົນນານ ໃຫ້ແໜ້ນແຟ້ນຍິ່ງຂຶ້ນເລື້ອຍໆ.
ໃນຕອນບ່າຍວັນທີ 20 ກຸມພາ 2017, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະຂອງ ພະລາຊິນີ ມາທິນເດີ ແຫ່ງ ປະເທດແບນຊິກ, ປະທານກິດຕິມະສັກ ຄະນະກຳມະການແຫ່ງຊາດ ສຳລັບອົງການອຸຍນີເຊບຂອງປະເທດແບນຊິກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການອຸຍນີເຊບ. ໃນການພົບປະຄັ້ງນີ້ ທັງສອງຝ່າຍແມ່ນໄດ້ປຶກສາຫາລືກັນ ກ່ຽວກັບ ແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໂດຍສະເພາະ ການສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລັດຖະບານ ໂດຍສະເພາະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ.
ໃນວັນທີ 16 ກຸມພາ 2016, ທີ່ ສະໜາມບິນສາກົນສະຫວັນນະເຂດ, ແຂວງສະຫວັນນະເຂດ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຊຶ່ງແມ່ນຜົນຈາກການປະຕິບັດງານຮ່ວມລາວ-ອາເມລິກາ ໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາປີ 2016-2017 ຢູ່ ກໍລະນີ 1368, ຢູ່ເຂດບ້ານຜານົບ, ເມືອງບົວລະພາ, ແຂວງຄໍາມ່ວນ, ເຊິ່ງໄດ້ພົບເຫັນຊິ້ນສ່ວນຈຳນວນໜຶ່ງ.
ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA, ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນທ່ານ ນາງ Rena Bitter, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ.
ໃນພິທີ່ດັ່ງກ່າວ ຍັງມີທ່ານຮອງເຈົ້າແຂວງຄຳມ່ວນ, ເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ພະນັກງານທ້ອງຖິ່ນທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ພະນັກງານວິຊາການລາວ-ອາເມລິກາ ທີ່ເຮັດວຽກງານຕົວຈິງໃນພາກສະໜາມຈໍານວນໝຶ່ງ ເຂົ້າຮ່ວມນໍາ.
ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະເວລາ 30 ປີ ທີ່ຜ່ານມາການຮ່ວມມືສອງຝ່າຍລາວ-ອາເມລິກາ ໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວໄດ້ຮັບຜົນເປັນກ້າວໆມາ ໂດຍໄດ້ຄົ້ນພົບ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ, ຊຶ່ງອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ, ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ທັງໝົດມີ 573 ຄົນ. ນັບແຕ່ສອງຝ່າຍໄດ້ມີການຮ່ວມມືກັນມາ ແຕ່ປີ 1985 ຈົນເຖິງປັດຈຸບັນ, ລັດຖະບານລາວ ໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວແລ້ວຈຳນວນ 273 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວ ນໍາໄປທໍາພິທີທາງສາດສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ, ສ່ວນອີກ 300 ຄົນທີ່ຍັງເຫຼືອ ແມ່ນຈະໄດ້ຮ່ວມກັນສືບຕໍ່ສໍາຫຼວດ ແລະ ຂຸດຄົ້ນໃນການປະຕິບັດງານຄັ້ງຕໍ່ໄປ.
ການທີ່ທັງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບຜົນສຳເລັດອັນດີດັ່ງກ່າວໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນ ກໍຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ, ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ.