ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄຕພ

mop hup1 45

mop hup2 45

ໃນວັນທີ 07 ກໍລະກົດ 2017, ທີ່ ສູນ ICTC, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຈຳນວນ 50 ທ່ານ ( ໃນນີ້ ມີພະນັກງານເພດຍິງ 18 ທ່ານ ) ທີ່ໄດ້ສຳເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ 1, ເຊິ່ງໄດ້ດຳເນີນມາແຕ່ວັນທີ 28 ເມສາເປັນຕົ້ນມາ ແລະ ສຳເລັດລົງໃນວັນທີ 07 ກໍລະກົດ 2017.  ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ ມີ ທ່ານ ແສງເພັດ ຮຸ່ງບຸນຍ່ວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈອມແສງ ສະຫລີພົມ, ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ຂອງ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນັກສຳມະນາກອນທັງໝົດຫຼາຍກວ່າ 100 ທ່ານ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດອິດສະຣາແອນ ເຂົ້າຢ້ຽມອຳລາ

kp isarael

ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ Meirav Eilon Shahar, ເອກອັກຄະລັດຖະທູດອິດສະຣາແອນ ປະຈຳ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ, ຊຶ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

ອ່ານເພີ່ມເຕີມ... 

ພິທີມອບ-ຮັບ ໂຄງການພັດທະນາຊັບພະຍາກອນມະນຸດ ຈາກລັດຖະບານຍີ່ປຸ່ນ

 

JapanODA

 

ໃນວັນທີ 22 ມີຖຸນາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການພັດທະນາຊັບພະຍາກອນມະນຸດມູນຄ່າ 321 ລ້ານເຢນ ພາຍໃຕ້ການຊ່ວຍເຫຼືອເພື່ອພັດທະນາ (ODA) ຂອງລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວແລະ ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ເຂົ້າຮ່ວມເປັນສັກຂີພິຍານ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485850
ມື້ນີ້149
ມື້ວານ206
ອາທິດນີ້886
ເດືອນນີ້5155