ໃນວັນທີ 22 ມີຖຸນາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ “ໂຄງການພັດທະນາຊັບພະຍາກອນມະນຸດ” ມູນຄ່າ 321 ລ້ານເຢນ ພາຍໃຕ້ການຊ່ວຍເຫຼືອເພື່ອພັດທະນາ (ODA) ຂອງລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວແລະ ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້ ແມ່ນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງແມ່ນໜຶ່ງໃນວຽກບູລິມະສິດ ທີ່ລັດຖະບານ ສປປ ລາວ ໃຫ້ຄວາມເອົາໃຈໃສ່ ແລະ ຖືສໍາຄັນທີ່ສຸດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງນັກສຶກສາລາວ ເພື່ອຕອບສະໜອງໄດ້ຕາມມາດຕະຖານພາກພື້ນ ແລະ ສາກົນ ໃນເງື່ອນໄຂທີ່ ສປປ ລາວ ພວມປະຕິບັດການເຊື່ອມໂຍງກັບຂົງເຂດ ແລະ ສາກົນ ໂດຍສະເພາະການເຊື່ອມໂຍງທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ນອກຈາກນີ້, ໃນໂອກາດການພົບປະສອງຝ່າຍ ລະຫວ່າງ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ທີ່ ໂຕກຽວ ໃນວັນທີ 7 ມິຖຸນາ 2017 ຜ່ານມາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ກໍໄດ້ປະກາດໃຫ້ການຊ່ວຍເຫຼືອທຶນພັດທະນາຊັບພະຍາກອນມະນຸດ ມູນຄ່າ 300 ລ້ານເຢນ ແກ່ ສປປ ລາວ ເພື່ອຝຶກອົບຮົມໄລຍະຍາວ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານລັດຖະກອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ການນໍາຂັ້ນສູງຂອງລາວ, ຊຶ່ງແມ່ນບູລິມາສິດຂອງລັດຖະບານລາວ.
ນັບແຕ່ ປີ 2015 ເປັນຕົ້ນມາ, ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍ ມາເປັນຄູ່ຮ່ວມມືຍຸດທະສາດ, ຊຶ່ງໄດ້ເຮັດໃຫ້ການພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກໃນທຸກລະດັບ ນັບແຕ່ການນໍາຂັ້ນສູງລົງຮອດຂະແໜງການ ແລະ ທ້ອງຖິ່ນ ໂດຍມີການຜັດປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປະຈຳ.
ໃນພິທີດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ແລະ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສປປ ລາວ ມາໂດຍຕະຫຼອດ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວໂດຍສະເພາະການພັດທະນາຊັບພະຍາກອນມະນຸດຂອງລາວ ແລະ ລັດຖະບານລາວ ຍິນດີໃຫ້ການຮ່ວມມືເປັນຢ່າງດີເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມີປະສິດທິຜົນ ແລະສຳເລັດຢ່າງຈົບງາມ.