ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ກ່ຽວກັບ ແຜນດຳເນີນງານແຫ່ງຊາດ ສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຮອດປີ 2030 ຢູ່ ສປປ ລາວ

ThgPH SDG

 

ThgPH SDG1

 

ໃນວັນທີ 31 ພຶດສະພາ 2017, ທີ່ ໂຮງແຮມລາວພຣາຊາ, ນະ​ຄອນ​ຫລວງວຽງ​ຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ແຜນດຳເນີນງານແຫ່ງຊາດ ສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (​ພຍ ຫລື SDGs)​ ຮອດປີ 2030 ຢູ່ ສປປ ລາວ. ໃຫ້​ກຽດ​ກ່າວ​ເປີດກອງ​ປະ​ຊຸມ​ໂດຍ​ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ເປັນ​ປະ​ທາ​ນ​ຮ່ວມ​ຂອງ ​ທ່ານ ອາ​ນຸ​ພາບ ວົງ​ໜໍ່​ແກ້ວ, ຫົວ​ໜ້າ​ກົມ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ຄະ​ນະ​ຊີ້​ນຳ​ລະ​ດັບ​ຊາດ ​ເພື່ອ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ປ​ພຍ ແລະ ທ່ານ ນາງ ກາ​ຣີ​ນາ ອີມ​ໂມ​ເນນ, ​ຜູ້​ປະ​ສານ​ງານ​ອົງ​ການ ສ​ປ​ຊ, ທັງ​ເປັນຜູ້​ຕາງ​ໜ້າ​ອົງ​ການ ສປຊ ເພື່ອການພັດທະນາ ປະ​ຈຳ ສ​ປ​ປ ລາວ, ເຊິ່ງ​ມີ​ຜູ້​​ຕາງ​ໜ້າ​ຈາກບັນ​ດາກະ​ຊວງ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ສະຖານ​ເອກ​ອັກ​ຄະ​ລັດຖະທູດ, ອົງການ​ເຄືອຂ່າຍ​​ສະ​ຫະ​ປະ​ຊາ​ຊາດ, ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ຈັດ​ຕັ້ງ​ສ​າ​ກົນ​ທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ​ຂອງ​ລາວ ​ແລະ ພາກ​ເອກະ​ຊົນ ລວ​ມ​ທັງ​ໝົດ​ຈຳ​ນວນ (100) ກວ່າທ່ານ​ເຂົ້າ​ຮ່ວມ.

 

ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງກອງ​ປະ​ຊຸມຄັ້ງ​ນີ້ ທີ່​ເປັນ​ກອງ​ປະຊຸມ​ເປີດກວ້າງລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ຫມາຍ​ການ​ພັດທະນາ​ຢູ່ ສປປ ລາວ ​ໃນ​ນັ້ນ, ທ່ານ ​ໄດ້​ເນັ້ນ​ເຖິງ​ການ​ປູກ​ຈິດ​ສຳນຶກ ການສ້າງ​ຄວາມຄວາມ​ເຂົ້າ​ໃຈ ​ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ລວມທັງ​ການ​ເຊື່ອມ​ສານ​ເປົ້າ​ຫມາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ເຂົ້າ​ໃນ​ແຜນ​ພັດທະນາ ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ກໍ​ຄື​ການ​ສ້າງ​ແຜນດຳ​ເນີນ​ງານ ສຳລັບ ປພຍ ຮອດ​ປີ 2030 ​ເພື່ອ​ເປັນ​ບ່ອນ​ອີງ​ສຳລັບ​ການວາງ​ແຜນ ​ແລະ ການ​ລະດົມ​ທຶນຮອນ​ເພື່ອ​ການ​ພັດທະນາ ຕາມ​ສະພາບ​ເງື່ອນ​ໄຂ ​ແລະ ທ່າ​ແຮງ​ຂອງ​ປະ​ເທດ.

 

ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້​ເຂົ້າ​ຮ່ວມ​ ໄດ້​ຮັບ​ຟັງ​ການ​ສະ​ເຫ​ນີ​ກ່ຽວ​ກັບ​ຕົວ​ຊີ້ບອກ​ແຫ່ງ​ຊາດ ສຳ​ລັບ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດຍ​ວິ​ທະ​ຍາ​ກອນ​ຈາກ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ, ພ້ອມ​ທັງ ​ການ​ສະ​ເໜີ​ແຜນ​ດຳ​ເນີນ​ງານ ​ປ​ພຍ ໃນ​ຕໍ່​ໜ້າ ແລະ ການ​ສະ​ໜອງ​ທຶນ​ເພື່ອ​ການ​ພັດ​ທະ​ນາ ໂດຍ​ວິ​ທະ​ຍາ​ກອນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ກາ​ນ​ເງິນ. ຫລັງ​ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ ກໍ​ໄດ້​ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ຄິດຄຳ​ເຫັນໃສ່​ແຜນ​ດຳ​ເນີນ​ງານ​ດັ່ງ​ກ່າວ ​ເພື່ອໃຫ້​ແທດ​ເໝາະ​ກັບເງື່ອນ​ໄຂ ແລະ ສະ​ພາບ​ຕົວ​ຈີງຂອງ​ ສ​ປ​ປ ລາວ, ພ້ອມທັງ ເນັ້ນ​ຄວາມ​ສຳຄັນ​ຂອງການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ ​ແລະ ​ການເຜີຍ​ແຜ່​ວຽກ​ງານ ປພຍ ໃຫ້​ທຸກຂະ​ແໜງ​ການ, ນັກ​ສຶກສາ ແລະ ປະ​ຊາ​ຊົນທົ່ວ​ໄປ​ ​ແຕ່​ສູນ​ກາງຮອດທ້ອງ​ຖິ່ນ ​ເພື່ອ​​ໃຫ້ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ດັ່ງ​ກ່າວຂື້ນ​ຕື່ມ.

 

ໃນ​ໄລ​ຍະ​ຜ່ານ​ມາ, ​​ລັດ​ຖະ​ບານ ສປປ ລາວ ໄດ້​ມີ​ຄວາມ​ພະ​ຍ​າ​ຍາມ​ ​ໃນ​ການ​ເຊ​ື່ອມ​ສານ​ທັງ 17 ​ເປົ້າ​ໝາຍ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ແລະ ໄດ້​​ຮັບ​ຮອງ​ເອົາເປົ້າ ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ສະ​ເພາະ​ຂອງ​ຕົນ ​ເປັນ​ເປົ້າຫມາຍ ​ທີ່ 18: ຊີ​ວິດ​​ທີ່ປອດ​ໄພ​ຈາກ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ (Lives ​safe from UXO) ແນ​ໃສ່​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂ​ອງ​ປະ​ຊາ​ຊົນລາວ​ບັນ​ດາ​ເຜົ່າ, ນຳ​ພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ດ້ອຍ​ພັດ​ທະ​ນາ​ ແລະ ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ພາຍ​ໃນ​ປີ 2030. ​ເພື່ອ​ໃຫ້​ບັນ​ລຸ​ໄດ້​ຕາມ​ເປົ້າ​ໝາຍ​ດັ່ງ​ກ່າວ​ ທຸກໆ​ພາກ​ສ່ວນທັງ​ພາກ​ລັດ, ເອ​ກະ​ຊົນ ແລະ ອົງ​ການ​ຈັດ​ຕັ້ງສາ​ກົນ​ຕ່າງໆ ​ແລະ ຄູ່​ຮ່ວມ​ມື​ເພື່ອ​ການ​ພັດທະນາ ຕ້ອງ​ໄດ້​​ເພີ້​ມທະວີ​ຄວາມ​ພະຍາຍາມ ​ແລະ ສົ່ງ​ເສີມ​ການຮ່ວມ​ມື​​ເພື່ອ​ການ​ພັດທະນາ ​​ໂດຍ​ການ​ນຳ​ໃຊ້​ທ່າ​ແຮງ ແລະ ຊັບ​ພະ​ຍາ​ກອນທີ່​ມີ​ຢູ່​ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນວ່າ​ປະ​ຊາ​ຊົນ​ລາວ​ທຸກໆ​ຄົນ​ໄດ້​ຮັບ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ ແລະ ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂື້ນ​ເທື່ອ​ລະ​ກ້າວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484742
ມື້ນີ້53
ມື້ວານ205
ອາທິດນີ້1180
ເດືອນນີ້4047