ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ ຊຸດບໍາລຸງພາສາອັງກິດ ຊຸດທີ 37

 

EnglishBatch37.0 EnglishBatch37.1 EnglishBatch37.2

ໃນວັນທີ 16 ມິຖຸນາ 2017, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຈຳນວນ 73 ທ່ານ ( ໃນນີ້ ມີພະນັກງານເພດຍິງ 24 ທ່ານ ) ທີ່ໄດ້ສໍາເລັດການບຳລຸງພາສາອັງກິດ, ຊຸດທີ 37, ໄລຍະເວລາ 6 ເດືອນ, ເຊິ່ງໄດ້ດຳເນີນມາແຕ່ວັນທີ 16 ມັງກອນ 2017 ເປັນຕົ້ນມາ ແລະ ໄດ້ສຳເລັດລົງໃນວັນທີ 16 ມິຖຸນາ 2017.

 

ໃຫ້ກຽດເຂົ້າຮ່ວມເປັນປະທານພິທີປິດໃນຄັ້ງນີ້ ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ຂອງ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດຫຼາຍກວ່າ 100 ທ່ານ.

 

ທ່ານ ທ່ຽງ ບຸບຜາ, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂື້ນສະຫຼຸບລາຍງານຜົນສຳເລັດຂອງຊຸດຮຽນ,   ເຊິ່ງໄດ້ຕີລາຄາວ່າຊຸດຮຽນດັ່ງກ່າວ ແມ່ນໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໄດ້ຍົກໃຫ້ເຫັນວ່າ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດໃນຊຸດນີ້ ສາມາດຍົກລະດັບພາສາອັງກິດໃນລະດັບກາງ ເປັນຕົ້ນການສົນທະນາ, ການຂີດຂຽນ ແລະ ການນຳສະເໜີບົດ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຕົວຈິງຂອງຕົນ.

 

ໃນພິທີດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ປະທານພິທີ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ ທີ່ສຳເລັດການບຳລຸງພາສາອັງກິດຄັ້ງນີ້, ໂດຍໄດ້ເນັ້ນເຖິງຄວາມຈໍາເປັນ ແລະ ຄວາມສໍາຄັນ ຕໍ່ກັບການຍົກລະດັບວິຊາສະເພາະ ແລະ ພາສາຕ່າງປະເທດ, ເພື່ອເປັນເຄື່ອງມື ນຳໃຊ້ເຂົ້າໃນການພົວພັນຮ່ວມມືກັບສາກົນ ໃນໄລຍະໃໝ່, ໂດຍເລັ່ງໃສ່ປະຕິບັດແຜນບຸກທະລຸ 4 ດ້ານ ທີ່ ພັກ-ລັດ ວາງອອກ ໃນກອງປະຊຸມໃຫ່ຍຂອງພັກ ຄັ້ງທີ X. ສະນັ້ນ, ການຮຽນ ຫຼື ການຍົກລະດັບພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາ ໃຫ້ແກ່ພະນັກງານລັດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດນຳໃຊ້ໄດ້ໃນເວທີສາກົນ ເຊັ່ນ: ເຂົ້າຮ່ວມກອງປະຊຸມສາກົນ, ສຳມະນາ ຫຼື ຂຽນບົດ-ຂຽນເອກະສານຕ່າງໆ.

 

ນອກຈາກການຮໍ່າຮຽນຢູ່ໃນຫ້ອງແລ້ວ, ຜູ້ເຂົ້າຮຽນຍັງໄດ້ສ້າງກິດຈະກຳຂະບວນການເຄື່ອນໄຫວແຂ່ງຂັນກິລາຕ່າງໆເປັນຕົ້ນ: ການແຂ່ງຂັນກິລາເຕະບານ, ເປຕັງ ແລະ ປິ່ງປ່ອງ, ຢ້ຽມຊົມຫໍວາງສະແດງພິພິດທະພັນຂອງຄົນພິການ (COPE), ຢ້ຽມຢາມສູນຄຸ້ມຄອງຄື້ນຄວາມຖີ່, ສູນພັດທະນາແມ່ຍິງພິການລາວ, ສູນຄຸ້ມຄອງດາວທຽມ ແລະ ເຂື່ອນໄຟຟ້ານ້ຳງື່ມ 1 ອີກດ້ວຍ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດ ແລະ ພາກສ່ວນອື່ນໆ ໃຫ້ແໜ້ນແຟ້ນກວ່າເກົ່າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483891
ມື້ນີ້15
ມື້ວານ183
ອາທິດນີ້329
ເດືອນນີ້3196