ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ກ່ຽວກັບການພັດທະນາແບບຍືນຍົງ

 

ThongphanhUN2

 

ໃນວັນທີ 17 – 19 ກໍລະກົດ 2017, ທີ່ ສໍານັກງານໃຫຍ່ອົງການສະຫະປະຊາຊາດ​, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະທີ່ປະກອບດ້ວຍທ່ານຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ຄະນະກົມຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີເວທີການເມືອງລະດັບສູງ ກ່ຽວກັບ ການພັດທະນາແບບຍືນຍົງ ປະຈໍາປີ 2017 ພາຍໃຕ້ຫົວຂໍ້ການລຶບລ້າງຄວາມທຸກຍາກ ແລະ ສົ່ງເສີມຄວາມຈະເລີນຮູ່ງເຮືອງໃນສະພາບທີ່ໂລກກໍາລັງມີການປ່ຽນແປງ, ເຊິ່ງໃນປີນີ້ມີ 43 ປະເທດ ຂຶ້ນສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ). ໃນກອງປະຊຸມຄັ້ງນີ້, ນອກຈາກກອງປະຊຸມພາກອະພິປາຍທົ່ວໄປແລ້ວ ຍັງມີກອງປະຊຸມປິ່ນອ້ອມຈຳນວນຫລາຍ ຈັດໂດຍປະເທດສະມາຊິກ ແລະ ຫນ່ວຍງານທີ່ກ່ຽວຂ້ອງຕ່າງໆ.

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 62 ປີ

 

Women62years1 Women62years2

 

ໃນຕອນບ່າຍ ຂອງ ວັນ​ທີ 14 ກໍ​ລະ​ກົດ 2017 ທີ່ ​ກະຊວງການຕ່າງປະເທດ, ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ​​ໄດ້​ຈັດ​ພິທີສະເຫຼີມສະຫຼອງວັນສ້າງ​ຕັ້ງ ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ ຄົບ​ຮອບ 62 ປີ (20 ກໍ​ລະ​ກົດ 1955 - 20 ກໍລະກົດ 2017), ໂດຍການເປັນ​ກຽດເຂົ້າ​ຮ່ວມເປັນປະທານ​ຂອງ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈໍາ ພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກກະຊວງ, ຄະນະສະຫະພັນແມ່ຍິງກະຊວງ, ຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ປ້າບໍານານ, ສະມາຊິກສະຫະພັນແມ່ຍິງ ແລະ ພະນັກງານຊາຍຈາກກະຊວງການຕ່າງປະເທດເຂົ້າຮ່ວມລວມທັງໝົດ 400 ກວ່າຄົນ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີຕ່າງປະເທດ ລາວ-ຍີ່ປຸ່ນ ພົບປະສອງຝ່າຍ

dfm japan1

dfm japan2

   ໃນວັນທີ 13 ກໍລະກົດ 2017, ທີ່ ນະຄອນຫລວງວຽງຈັນ, ທ່ານ ຄິໂຢຊິ ໂອດາວາຣະ (Mr. Kiyoshi ODAWARA),ສະມາຊິກສະພາຕ່ຳ, ຮອງລັດຖະມົນຕີກະຊວງການຕ່າງປະເທດຝ່າຍລັດຖະສະພາຍີ່ປຸ່ນ, ໄດ້ ພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 12-13 ກໍລະກົດ 2017.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486090
ມື້ນີ້6
ມື້ວານ215
ອາທິດນີ້1126
ເດືອນນີ້5395