ໃນວັນທີ 4 ເມສາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສາທາລະນະລັດ ເກົາຫຼີ ຄັ້ງທີ 28 ທີ່ ເຊອູນ, ສ.ເກົາຫຼີ ພາຍໃຕ້ການເປັນປະທານຮ່ວມຂອງ ສສ.ຫວຽດນາມ ແລະ ສ.ເກົາຫຼີ.
ກອງປະຊຸມ ໄດ້ທົບທວນການຮ່ວມມືອາຊຽນ-ສ.ເກົາຫຼີ ແລະ ກໍານົດທິດທາງເພື່ອຮັດແໜ້ນການຮ່ວມມື ເພື່ອກ້າວໄປສູ່ການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງອາຊຽນ ແລະ ສ.ເກົາຫຼີ. ພິເສດ, ອາຊຽນ ແລະ ສ.ເກົາຫຼີ ຈະສະເຫຼີມສະຫຼອງ ການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຄົບຮອບ 35 ປີ ໃນປີ 2024 ນີ້ອີກດ້ວຍ.
ພ້ອມດຽວກັນນີ້, ໃນວັນທີ 5 ເມສາ 2024 ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຍັງຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພົບປະກັບສະຫະພັນອຸດສາຫະກໍາເກົາຫຼີ ອີກດ້ວຍ.