ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງການຕ່າງປະເທດລາວ ແລະ ຫວຽດນາມ

 

Khamphaovietnam3

 Khamphaovietnam2 Khamphaovietnam1

 

ໃນວັນທີ 31 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງການຕ່າງປະເທດລາວ ແລະ ຫວຽດນາມ, ພາຍໃຕ້ການເປັນປະທານຮ່ວມກອງປະຊຸມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດັ້ງ ດິ່ງ ກຸ້ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍບັນດາພະນັກງານຈາກກົມກອງທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ເປັນນິມິດໝາຍໜຶ່ງທີ່ສຳຄັນ ໃນບັນຍາກາດທີ່ສອງປະເທດລາວ ແລະ ຫວຽດນາມ ກຳລັງຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017.

 

ບົນຈິດໃຈສາມັກຄີຖານສະຫາຍອ້າຍນ້ອງ ແລະ ບົນພື້ນຖານໝາກຜົນຂອງຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໄລຍະປີ 2014-2020 ໂດຍສະເພາະ ນັບແຕ່ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 1 ໃນກາງເດືອນ 7/2015 ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ ແລະ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 3 ໃນທ້າຍເດືອນ 12/2016 ເປັນຕົ້ນມາ, ການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໄດ້ຮັບການເພີ່ມທະວີການພົວພັນເຊິ່ງກັນ ແລະ ກັນ ມາໂດຍຕະຫຼອດ.

 

ໃນໂອກາດນີ້, ສອງຝ່າຍ ໄດ້ແລກປ່ຽນຄຳເຫັນຖອດຖອນບົນຮຽນຮ່ວມກັນແບບກົງໄປກົງມາໃນຫຼາຍບັນຫາ ແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ນັບມື້ນັບມີປະສິດທິຜົນ ໃນຖານະເປັນເສນາທິການໃຫ້ແກ່ການນຳສອງປະເທດ ແລະ ເປັນເຈົ້າການໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ; ຮ່ວມກັນສັງເກດຕີລາຄາ ແລະ ທົບທວນຄືນ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນການຢ້ຽມຢາມຂອງການນຳຂັ້ນສູງ, ຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ, ໂດຍສະເພາະແມ່ນຜົນກອງປະຊຸມ ຄັ້ງທີ 39 ຂອງຄະນະກຳມະການຮ່ວມມືທະວີພາຄີຂອງລັດຖະບານ ແລະ ສົນທິສັນຍາຮ່ວມມື ລະຫວ່າງສອງລັດຖະບານ, ກໍ່ຄື ການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ. ພ້ອມດຽວກັນນັ້ນ, ຍັງໄດ້ຕີລາຄາຄືນ ກ່ຽວກັບ ການປະກອບສ່ວນຂອງສອງກະຊວງການຕ່າງປະເທດ ໃນການປະສານສົມທົບຮ່ວມກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ທັງສູນກາງ ແລະ ທ້ອງຖິ່ນ ໃນການຊຸກຍູ້ສົ່ງເສີມ, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດຖະບານ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ ແລະ ຫວຽດນາມ ໃນທຸກຂົງເຂດວຽກງານ ເພື່ອນຳຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດລາວ ແລະ ຫວຽດນາມ.

 

ພິເສດ, ປີ 2017 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ, ເຊິ່ງສອງກະຊວງການຕ່າງປະເທດ ໃນຖານະທີ່ເປັນຜູ້ປະຈຳການຂອງຄະນະຊີ້ນຳລະດັບຊາດ ແລະ ທັງເປັນຈຸດໃຈກາງປະສານງານ ໃນການຮ່ວມຈັດກິດຈະກຳສະເຫຼີມສະຫຼອງ ຍິ່ງຈະຕ້ອງໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນກວ່າເກົ່າ ໃນການຮ່ວມຈັດກິດຈະກຳຕ່າງໆໃນຂອບເຂດທົ່ວປະເທດ ເພື່ອໃຫ້ບັນດາກິດຈະກຳຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຢ່າງຈົບງາມ.

 

ນອກນັ້ນ, ໃນກອງປະຊຸມຄັ້ງນີ້ ສອງຝ່າຍ ຍັງໄດ້ຮ່ວມມືກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງຈິງໃຈ ແລະ ກົງໄປກົງມາ ຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570