ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ສປ.ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອີເອເອສ (ອົດສຕຣາລີ, ສປ. ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ ແລະ ສະຫະລັດ ອາເມຣິກາ), ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR-ໄອຈາ), ທີ່ຈັດຂຶ້ນຢູ່ມະນິລາ, ປະເທດ ຟີລິບປິນ, ໃນວັນທີ 4 ສິງຫາ 2017.
ໃນຕອນບ່າຍ ວັນທີ 3 ສິງຫາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ສອງວັນປະຫວັດສາດ ລະຫວ່າງ ລາວ-ຫວຽດນາມ ກໍຄື: ວັນເຊັນສົນທິສັນຍາ ແລະ ການຮ່ວມມື ຄົບຮອບ 40 ປີ (18/07/1977 - 18/07/2017), ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ (05/09/1962 - 05/09/2017) ແລະ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 108 ປີ (13/07/1909 – 13/09/2017), ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ຄະນະນໍາ, ສະມາຊິກພັກ, ພະນັກງານລັດຖະກອນ ແລະ ພະນັກງານອາວຸໂສບຳນານ ທົ່ວກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 3 ສິງຫາ 2017 ທີ່ ນະຄອນຫຼວງ ມະນິລາ, ຟີລິບປິນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງຈັດຂຶ້ນໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 50 ພາຍໃຕ້ການເປັນປະທານຂອງຟີລິບປິນ.