ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ໂຄງການອອກແບບ ເພື່ອປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມຕອນຕົ້ນ ຢູ່ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ

 

Sengphet46

ໃນວັນທີ 26 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເຊັນເອກະສານແລກປ່ຽນ “ໂຄງການອອກແບບ ເພື່ອປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມຕອນຕົ້ນຢູ່ ພາກກາງ ແລະ ພາກໃຕ້” ມູນຄ່າ 46 ລ້ານເຢັນ ພາຍໃຕ້ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຈາກລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າ ລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ.

ການອະນຸມັດໂຄງການຊ່ວຍເຫຼືອໃນຄັ້ງນີ້ ມີຈຸດປະສົງ ເພື່ອພັດທະນາສະພາບແວດລ້ອມການສຶກສາຂອງໂຮງຮຽນມັດທະຍົມຕອນຕົ້ນຢູ່ພາກກາງ ແລະ ພາກໃຕ້ ໂດຍຜ່ານຫຼາກຫຼາຍວິທີການເຊັ່ນ: ການສ້າງອາຄານຮຽນ   ໃໝ່, ຫໍພັກນັກຮຽນ ແລະ ຫ້ອງນ້ຳ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສົ່ງເສີມການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ຢູ່ເຂດຊົນນະບົດໃຫ້ດີຂຶ້ນ. ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລັດຖະບານລາວ ໄດ້ວາງກຳນົດເອົາການສຶກສາເປັນໜຶ່ງໃນຂະແໜງການທີ່ສຳຄັນທີ່ສຸດ ເພາະວ່າການເປີດກວ້າງ ແລະ ການພັດທະນາການສຶກສາຂັ້ນພື້ນຖານນັ້ນ ຖືວ່າເປັນປັດໃຈທຳອິດ ສຳລັບການພັດທະນາຊັບພະຍາກອນມະນຸດ ທີ່ແນ່ໃສ່ການຂະຫຍາຍເສດຖະກິດຢ່າງຕໍ່ເນື່ອງ, ການລົບລ້າງຄວາມທຸກຍາກເຊິ່ງເປັນຂະແໜງບູລິມະສິດຂອງນະໂຍບາຍແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາ ຄັ້ງທີ 8 ( 2016-2020 ) ມີເປົ້າໝາຍທີ່ຈະເພີ່ມຈໍານວນອັດຕາການລົງທະບຽນຂອງການສຶກສາ ຂັ້ນມັດທະຍົມຕອນຕົ້ນໃຫ້ໄດ້ 85% ພາຍໃນປີ 2020, ທັງເປັນການສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ເພື່ອການພັດທະນາ ແລະ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020.

ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ຊຶ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງລາວ ໂດຍສະເພາະໃນຂະແໜງການສຶກສາ ແລະ ລັດຖະບານລາວ ຍິນດີໃຫ້ການຮ່ວມມືເປັນຢ່າງດີ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມີປະສິດທິຜົນ ແລະ ສຳເລັດຢ່າງຈົບງາມ ແລະ ຫວັງວ່າ ພາຍຫຼັງໂຄງການອອກແບບນີ້ສຳເລັດແລ້ວ ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໂຄງການປຸກສ້າງໂຮງຮຽນດັ່ງກ່າວ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485361
ມື້ນີ້62
ມື້ວານ227
ອາທິດນີ້397
ເດືອນນີ້4666