ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກະຊວງການຕ່າງປະເທດ ຈັດກອງປະຊຸມແບບຄະນະສົນທະນາ ເນື່ອງໃນໂອກາດ ວັນສິດທິມະນຸດສາກົນ ຄົບຮອບ 72 ປີ

 

2020128-InterLaw-2

2020128-InterLaw-1

 

ໃນຕອນເຊົ້າຂອງວັນທີ 08 ທັນວາ 2020, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດຕັ້ງກອງປະຊຸມແບບຄະນະສົນທະນາ (Panel Discussion) ໃນຫົວຂໍ້ ການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ຕິດພັນກັບບັນຫາສິດທິມະນຸດ ເນື່ອງໃນໂອກາດວັນຄົບຮອບ 72 ປີ ຂອງການຮັບຮອງເອົາຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ (Universal Declaration of Human Rights)ຫຼື ວັນສິດທິມະນຸດສາກົນ (ວັນທີ 10 ທັນວາ 194810 ທັນວາ 2020). ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກຳມະການແຫ່ງຊາດວ່າດ້ວຍສິດທິມະນຸດ, ມີບັນດາຜູ້ຕາງໜ້າຈາກພາກລັດ, ສະຖານທູດຕ່າງປະເທດ ປະຈຳ ສປປ ລາວ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ມີສ່ວນຮ່ວມທາງສັງຄົມ, ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດລາວ ເຂົ້າຮ່ວມຫຼາຍກວ່າ 100 ຄົນ.

ອ່ານເພີ່ມເຕີມ... 

ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຊ່ວຍເຫຼືອ ຈາກຣາຊະອານາຈັກໄທ ທີ່ ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ໄທ

 

1    -

ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 18-20 ພະຈິກ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ, ຊຶ່ງເປັນສອງແຂວງ ທີ່ມີຊາຍເເດນຕິດຈອດກັບ ຣາຊະອານາຈັກໄທ ແລະ ມີໂຄງການຮ່ວມມື ລາວ-ໄທ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວເຮັດວຽກທີ່ ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ

20201112-tv-north1 20201112-tv-north2


 20201112-tv-north3

ໃນລະຫວ່າງວັນທີ 11-12 ພະຈິກ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກທີ່ແຂວງບໍ່ແກ້ວ, ຊຶ່ງໃຫ້ກຽດຕ້ອນຮັບໂດຍທ່ານ ຈອມສີ ລັດຕະນະປັນ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າແຂວງ-ແຂວງບໍ່ແກ້ວ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486042
ມື້ນີ້173
ມື້ວານ168
ອາທິດນີ້1078
ເດືອນນີ້5347