ໃນວັນທີ 26 ມັງກອນ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຣັດເຊຍ ຄັ້ງທີ 17 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງ ອິນໂດເນເຊຍ ແລະ ຣັດເຊຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການຈໍານວນນື່ງ.
ໃນຕອນບ່າຍຂອງວັນທີ 11 ກຸມພາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ຂອງ ນາງ ຊາຣີນ ທູລາດາຣ (Mrs. Shareen Tuladhar), ເພື່ອມາເປັນຫົວໜ້າຫ້ອງການ ຂອງອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ.
ໃນຕອນເຊົ້າ ວັນທີ 23 ກຸມພາ 2021,ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC),ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໃນຮູບແບບວີດີໂອທາງໄກ ພາຍໃຕ້ການເປັນປະທານ ຂອງ ທ່ານທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຄະນະຜູ້ແທນ ຈາກ ບັນດາກະຊວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 60 ກ່ວາທ່ານ.