ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange of Notes) ກ່ຽວກັບ ສັນຍາວ່າດ້ວຍ ການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸ່ນ

 

20201216-Asean-Japan

 

ໃນວັນທີ 16 ທັນວາ 2020, ທີ່ ກະຊວງການຕ່າງປະເທດໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍ ສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ(TAKEWAKA Keizo),ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດລົງເຜີຍແຜ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ, ສາກົນ ແລະ ວຽກງານຊາຍແດນ ທີ່ ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ

20201211KM1

20201211KM

ທີ່ ຫ້ອງວ່າການແຂວງ ຄຳມ່ວນ

20201211BLKX1

ທີ່ ຫ້ອງວ່າການແຂວງ ບໍລິຄຳໄຊ

20201211SVNK

ທີ່ ຫ້ອງວ່າການແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 8-11 ທັນວາ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງບັນດາແຂວງພາກກາງ ເຊັ່ນ ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດຊຶ່ງໄດ້ຮັບການຕ້ອນຮັບຈາກການນຳບັນດາແຂວງດັ່ງກ່າວ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດນີ້, ທ່ານຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ, ສາກົນ ແລະ ວຽກງານຊາຍແດນ, ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ອ້ອມຂ້າງແຂວງດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັັນຫາດັ່ງກ່າວຢ່າງເລິກເຊິ່ງ, ໂດຍສະເພາະສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ແມ່ນຍັງເປັນທ່າອ່ຽງລວມຢູ່ຕໍ່ກັບວຽກງານເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມໂຍງສາກົນ ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 500 ກວ່າຄົນ. ສໍາລັບວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບບັນດາປະເທດເພື່ອນບ້ານ ເຫັນວ່າ ມີຄວາມຄືບໜ້າຫຼາຍສົມຄວນ, ໂດຍສະເພາະໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ. ຫວຽດນາມ ໄດ້ກໍ່ສ້າງຫຼັກ     ໝາຍຮ່ວມກັນ ທັງໝົດ 1.002 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 2.337 ກິໂລແມັດ; ສປ.ຈີນ ໄດ້ປັກຫຼັກໝາຍຮ່ວມກັນຈໍານວນ 102 ຫຼັກໝາຍໃນລວງຍາວຂອງເສັ້ນຊາຍແດນ 508 ກິໂລແມັດ ແລະ ສສ. ມຽນມາ ໄດ້ປັກຫຼັກ     ໝາຍນໍາກັນທັງໝົດ 172 ຫຼັກໝາຍ ຢູ່ສອງຟາກແມ່ນໍ້າຂອງເບື້ອງລະ 86 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 236 ກິໂລແມັດ. ສ່ວນຊາຍແດນ ສປປ ລາວ ກັບຣາຊາອານາຈັກກໍາປູເຈຍ ມາເຖິງປະຈຸບັນແມ່ນສໍາເລັດໄປແລ້ວຈໍານວນ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ, ຊຶ່ງສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ທັງໝົດ 126 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈຳນວນໜຶ່ງ ທີ່ຈະສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ສຳລັບຊາຍແດນ ສປປ ລາວ ກັບຣາຊາອານາຈັກໄທ ໄດ້ສໍາເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນໃນພູມີປະເທດຕົວຈິງສຳເລັດ 211 ຫຼັກ   ໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ຫຼືເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດທີ່ມີລວງຍາວປະມານ 1.835 ກິໂລແມັດ. ໃນນີ້ ຍັງມີຈຸດຄົງຄ້າງຮ່ວມກັນ 14 ບໍລິເວນ, ຊຶ່ງຈະໄດ້ສືບຕໍ່ປຶກສາຫາລືຊອກຫາວິທີແກ້ໄຂຮ່ວມກັນ. ສໍາລັບຊາຍແດນທາງນໍ້າ ແມ່ນຍັງຢູ່ໃນການດໍາເນີນການຖ່າຍທອດເສັ້ນຊາຍແດນ ຈາກແຜນທີ່ຝຣັ່ງ-ສະຫຍາມ ປີ 1929-1931 ລົງໃສ່ແຜນທີ່ສະບັບໃໝ່ ປີ 2008 ມາດຕາສ່ວນ 1:25.000 ຕາມວິທີການທາງດ້ານເຕັກນິກຂອງແຕ່ລະຝ່າຍ.

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະທູຕານຸທູດອາຊຽນ ປະຈຳ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ

 

20201210-12 ASEAN-Svan-1

 

ໃນລະຫວ່າງວັນທີ 10-12 ທັນວາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ   ໄດ້ນຳພາຄະນະຜູ້ແທນບັນດາທູຕານຸທູດອາຊຽນ (ບຣູໄນ ດາຣູຊາລາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ ແລະ ໄທ) ປະຈຳ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນໜຶ່ງໃນກິດຈະກໍາທີ່ສະເໜີຢູ່ກອງປະຊຸມປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດ ແລະ ບັນດາທູດອາຊຽນປະຈໍາ ສປປ ລາວ (ASEAN Consultative Meeting), ເຊິ່ງບັນດາທູດອາຊຽນ ປະຈໍາ ສປປ ລາວ ໄດ້ມີຄວາມສົນໃຈເພື່ອມາຊອກຮູ້ສະພາບຈຸດພິເສດ ກໍຄືການພັດທະນາເສດຖະກິດ-ສັງຄົມ, ທ່າແຮງ ແລະ ຂໍ້ມູນການລົງທຶນຂອງແຂວງສະຫວັນນະເຂດ.

 

 

 

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486984
ມື້ນີ້10
ມື້ວານ210
ອາທິດນີ້646
ເດືອນນີ້377