ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ແລະ ວຽກງານກ່ຽວຂ້ອງຂອງກອງເລຂາ ປພຍ ໃຫ້ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ 4 ແຂວງພາກໃຕ້

20201017SDGS

 

20201017SDGSa

 

20201017SDGSb

 

ໃນວັນທີ 15 ຕຸລາ 2020, ທີ່ ເມືອງໂຂງ, ແຂວງຈຳປາສັກ , ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຂອງກອງເລຂາ ປພຍ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກໃຕ້ ຊຶ່ງລວມມີ: ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ມະໄລທອງ ກົມມະສິດ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ, ເຊິ່ງມີຜູ້​ຕາງ​ໜ້າ​ຈາກບັນດາພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຕ່າງໆ ພາຍໃນແຂວງ ຈໍາປາສັກ ແລະ ​ບັນ​ດາ 3 ແຂວງພາກໃຕ້ ເຂົ້າຮ່ວມທັງໝົດ ປະມານ 200 ທ່ານ.

 

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເພີ່ມທະວີການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດ ກ່ຽວກັບຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອແນໃສ່ສົ່ງເສີມການປະກອບສ່ວນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງໃນຂັ້ນທ້ອງຖິ່ນ ທີ່ປະຕິບັດວຽກງານຕິດພັນກັບເປົ້າໝາຍຕ່າງໆຂອງ ປພຍ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກບັນດາແຂວງພາກໃຕ້ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກ​ງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ຖືກເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຖືເອົາວຽກງານລຶບ​ລ້າງ​ຄວາມ​ທຸກ​ຍາກເປັນບູລິມະສິດຕົ້ນຕໍ, ສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ. ຄຽງຄູ່ກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອສະໜອງຂໍ້ມູນທີ່ຈຳເປັນໃຫ້ແກ່ການວາງນະໂຍບາຍດ້ານການພັດທະນາ ທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນຕໍ່ ບັນດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການ ຂອງຖະ​ແຫຼງ​ການ​ວຽງ​ຈັນ​ ວ່າ​ດ້ວຍການ​ເປັນ​ຄູ່​ຮ່ວມງານ​ ເພື່ອ​ການ​ພັດ​ທະ​ນາ​ທີ່ມີ​ປະ​ສິ​ດ​ທິ​ພາບ (2016-2025).

 

ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນການປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງເຊິ່ງເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ໃນລະດັບທ້ອງຖິ່ນຢູ່ແຂວງພາກໃຕ້ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ທຸກພາກສ່ວນໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນ ແລະ ບັນລຸໄດ້ຕາມຄາດໝາຍ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568