ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດກອງປະຊຸມແບບຄະນະສົນທະນາ ເນື່ອງໃນໂອກາດ ວັນສິດທິມະນຸດສາກົນ ຄົບຮອບ 72 ປີ

 

2020128-InterLaw-2

2020128-InterLaw-1

 

ໃນຕອນເຊົ້າຂອງວັນທີ 08 ທັນວາ 2020, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດຕັ້ງກອງປະຊຸມແບບຄະນະສົນທະນາ (Panel Discussion) ໃນຫົວຂໍ້ ການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ຕິດພັນກັບບັນຫາສິດທິມະນຸດ ເນື່ອງໃນໂອກາດວັນຄົບຮອບ 72 ປີ ຂອງການຮັບຮອງເອົາຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ (Universal Declaration of Human Rights)ຫຼື ວັນສິດທິມະນຸດສາກົນ (ວັນທີ 10 ທັນວາ 194810 ທັນວາ 2020). ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກຳມະການແຫ່ງຊາດວ່າດ້ວຍສິດທິມະນຸດ, ມີບັນດາຜູ້ຕາງໜ້າຈາກພາກລັດ, ສະຖານທູດຕ່າງປະເທດ ປະຈຳ ສປປ ລາວ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ມີສ່ວນຮ່ວມທາງສັງຄົມ, ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດລາວ ເຂົ້າຮ່ວມຫຼາຍກວ່າ 100 ຄົນ.

 

ໃນວາລະກ່າວເປີດກອງປະຊຸມ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງການຮັບຮອງເອົາຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ ທີ່ເປັນເອກະສານສາກົນສະບັບທໍາອິດທີ່ຮັບຮູ້ສິດ ແລະ ກຽດສັກສີ ຂອງຄວາມເປັນມະນຸດທຸກຄົນ ໂດຍບໍ່ມີການຈໍາແນກບົນພື້ນຖານຕ່າງໆ ແລະ ຖະແຫຼງການດັ່ງກ່າວ ໄດ້ກາຍເປັນພື້ນຖານສໍາຄັນໃນການພັດທະນາກົດໝາຍສິດທິມະນຸດສາກົນ ໂດຍສະເພາະແມ່ນການຮັບເອົາສົນທິສັນຍາຫຼັກດ້ານສິດທິມະນຸດຂອງ ສປຊ ຈໍານວນ 09 ສະບັບ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນນະໂຍບາຍຂອງລັດຖະບານ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢູ່ ສປປ ລາວ. ໃນບົດກ່າວເປີດຍັງໄດ້ຍົກໃຫ້ເຫັນບັນດາປະເທດຕ່າງໆ ໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ບັນດາປະເທດຕ່າງໆໄດ້ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ປະຊາຊົນໄດ້ຊົມໃຊ້ສິດທິມະນຸດທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງເຂົາເຈົ້າໄດ້ຢ່າງເຕັມສ່ວນ. ນອກຈາກ ນັ້ນ, ທ່ານ ນາງ ຊາຣາ ເຊເກັນເນັດ, ຜູ້ປະສານງານຫ້ອງການອົງການສະຫະປະຊາຊາດ ແລະ ທ່ານ ນາງ Ina Marčiulionytė, ເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ຍັງໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ໂດຍກ່າວຢໍ້າຄືຶນເຖິງບົດບາດຄວາມສໍາຄັນຂອງຖະແຫງການດັ່ງກ່າວ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນທົ່ວໂລກ ແລະ ຄວາມຈໍາເປັນໃນການນໍາໃຊ້ມາດຕະການທີ່ມີຄວາມດຸ່ນດ່ຽງໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການຄໍານຶ່ງເຖິງການຮັບປະກັນສິດທິມະນຸດດ້ານຕ່າງໆຂອງປະຊາຊົນ.

 

ໃນວາລະກອງປະຊຸມແບບຄະນະສົນທະນາ ຊຶ່ງປະກອບມີນັກວິທະຍາກອນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການອະນາໄມໂລກ, ອົງການຈັດຕັ້ງສາກົນເພື່ອຊາວອົບພະຍົບ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ຮ່ວມກັນສົນທະນາ ແລະ ເພື່ອແລກປ່ຽນບົດຮຽນຂອງຂະແໜງການຕົນໃນການຮັບມືກັບສິ່ງທ້າທາຍຂອງການແຜ່ລະບາດຂອງເຊື້ອພະຍາດຈຸນລະໂຮກໂຄວິດ-19 ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ສິດທິມະນຸດຂອງເຂົາເຈົ້າ.

 

ພິທີລະນຶກເຖິງວັັນສິດທິມະນຸດສາກົນ ຢູ່ ສປປ ລາວ ຄັ້ງນີ້ ຍັງເປັນການສ້າງໂອກາດໃຫ້ອົງການຈັດຕັ້ງຕ່າງໆຂອງພາກລັດ, ສະຖານທູດຕ່າງປະເທດ, ອົງການຈັດຕັ້ງສາກົນ, ນັກຮຽນນັກສຶກສາ ແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມອື່ນໆໃນສັງຄົມ ໄດ້ເຂົ້າໃຈເຖິງແນວທາງນະໂຍບາຍ, ກົນໄກ ແລະ ມາດຕະການຂອງສາກົນ ກໍຄືຂອງລັດຖະບານ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອຮັບປະກັນການຊົມໃຊ້ສິດທິມະນຸດຂອງພົນລະເມືອງ. ກອງປະຊຸມແບບຄະນະສົນທະນາ ເພື່ອລະນຶກເຖິງວັນສິດທິມະນຸດສາກົນ ຄົບຮອບ 72 ປີ ແມ່ນໄດ້ຮັບການສະໜັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA).

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484707
ມື້ນີ້18
ມື້ວານ205
ອາທິດນີ້1145
ເດືອນນີ້4012