ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງສຶກສາທິການທິການ ແລະ ກິລາ;ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະເຂົ້າຮ່ວມທັງໝົດປະມານ 30 ທ່ານ.
ໃນຕອນແລງຂອງວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2020 (The Annual 2020 High-Level Meeting of the Ministers of Foreign Affairs of the Least Developed Countries), ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານ ນຳພາຄະນະເຂົ້າຮ່ວມກອງປະຊຸມ ໂດຍມີປະເທດຕ່າງໆເຂົ້າຮ່ວມທັງໝົດ 47 ປະເທດ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງເປັນເວທີໃຫ້ແກ່ ບັນດາລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ເພື່ອມາຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ (Istanbul Programme of Action- IPoA) ສຳລັບປະເທດດ້ອຍພັດທະນາ ຂອງອົງການ ສປຊ.
ໃນຕອນເຊົ້າວັນທີ 07 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແບບທາງໄກ ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນປີ 2020.