ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກ່ຽວກັບ ປພຍ ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ

20201013-SDG1

20201013-SDG2

   ໃນວັນທີ 13 ຕຸລາ 2020, ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ຢູ່ ສປປ ລາວ, ໄດ້ຮ່ວມກັນຈັດ ກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ, ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເປັນປະທານຮ່ວມໂດຍ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 120 ທ່ານ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ສປປ ລາວ.

 ກອງປະຊຸມເຜີຍແຜ່ໃນຄັ້ງນີ້ແມ່ນຄັ້ງທີ່ສີ່ຂອງການຈັດກອງປະຊຸມເຜີຍແຜ່ສໍາມະນາການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປັນຄວາມພະຍາຍາມໃນການສົ່ງເສີມການເຜີຍແຜ່ ແລະ ໂຄສະນາກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ນະໂຍບາຍ ແລະ ແຜນພັດທະນາຂອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ກອງປະຊຸມກໍນັບວ່າເປັນໜຶ່ງໃນບາດກ້າວທໍາອິດໃນການກະກຽມການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ທີ່ ລັດຖະບານແຫ່ງ ສປປ ລາວ ມີແຜນທີ່ຈະນໍາສະເໜີທີ່ ກອງປະຊຸມການເມືອງລະດັບສູງ ຂອງອົງການ ສປຊ ໃນປີ 2021 ອີກດ້ວຍ.

  ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຮອບດ້ານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ທັງສາຍຕັ້ງ ແລະ ສາຍຂວາງ, ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ໃນຖານະທີ່ເປັນຄູ່ຮ່ວມພັດທະນາຫຼັກ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກໃນວຽກງານການພັດທະນາໃນຫຼາຍຂະແໜງການຢູ່ພາຍໃນປະເທດ. ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກຕື່ມອີກວ່າ ພວກເຮົາຢູ່ໃນຍຸກສະໄໝທີ່ມີການເພິ່ງພາເຊິ່ງກັນ ແລະ ກັນ ແລະ ກໍາລັງປະເຊີນໜ້າກັບອະນາຄົດທີ່ຄາດເດົາໄດ້ຍາກທີ່ສຸດ, ໂດຍສະເພາະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງເປັນໄພຂົ່ມຂູ່ຮ້າຍແຮງຕໍ່ການດໍາລົງຊີວິດ ແລະ ຄວາມພະຍາຍາມໃນການພັດທະນາຂອງພວກເຮົາໃນປັດຈຸບັນ. ສະນັ້ນ, ຍິ່ງກວ່າເວລາໃດໝົດພວກເຮົາຈໍາເປັນຕ້ອງເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືຮອບດ້ານໃນທຸກລະດັບ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຊອກຫາແນວທາງ ແລະ ວິທີແກ້ໄຂ ເພື່ອສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ, ຄຽງຄູ່ກັບການປະກອບສ່ວນໃຫ້ແກ້ການກະກຽມກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ.

  ໃນໂອກາດດຽວກັນ, ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ກໍໄດ້ກ່າວວ່າ ວາລະ 2030 ໄດ້ສະແດງໃຫ້ເຫັນເຖິງແນວທາງການຟື້ນຟູຈາກສິ່ງທ້າທາຍທີ່ເກີດຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ກໍຄື ການມີສ່ວນຮ່ວມ ແລະ ແນວທາງການແກ້ໄຂບັນຫາດ້ວຍວິທີທີ່ຍືນຍົງ. ເພີ່ນຍັງກ່າວຕື່ມວ່າ ເນື້ອໃນຈິດໃຈຫຼັກຂອງວາລະດັ່ງກ່າວແມ່ນ ການສ້າງຄວາມຄວາມຍືນຍົງ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການເຮັດວຽກຮ່ວມກັນ ເພື່ອຮັບປະກັນວ່າ ພວກເຮົາຈະກ້າວໄປພ້ອມກັນໃນປັດຈຸບັນ ແລະ ໃນອະນາຄົດ, ເຊິ່ງສິ່ງດັ່ງກ່າວນີ້້ໄດ້້ສ້າງພື້ນຖານອັນສໍາຄັນໃຫ້ແກ່ພວກເຮົາ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາໂລກລະບາດທີ່ເກີດຂື້ນໃນປັດຈຸບັນ

 ໃນພາກສົນທະນາ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປະກອບຄໍາຄິດຄໍາເຫັນເພື່ອຊອກຫາແນວທາງແກ້ໄຂບັນຫາສິ່ງທ້າທາຍທີ່ ສປປ ລາວ ກໍາລັງປເຊີຍຢູ່ໃນປັດຈຸບັນ, ລວມທັງບັນຫາຄວາມທຸກຍາກ, ການປ່ຽນແປງດິນຟ້າອາກາດ, ຄວາມບໍ່ເທົ່າທຽມກັນລະຫວ່າງຍິງ-ຊາຍ ແລະ ບັນຫາຄວາມແຕກໂຕນກັນດ້ານການເງິນ, ພາຍໃຕ້ຫົວຂໍ້ ພວກເຮົາຈະສາມາດຮັບປະກັນການຮ່ວມມືທີ່ມີປະສິດທິພາບແນວໃດ ເພື່ອສາມາດບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ? ໂດຍມີຜູ້ຕາງໜ້າຮ່ວມສົນທະນາຈາກ ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ, ອົງການ ສປຊ, ນັກເຜີຍແຜ່-ໂຄສະນາ ປພຍ ແຫ່ງຊາດ ຄູ່ຮ່ວມພັດທະນາ ແລະ ຊ່ຽວຊານ.

  ນັບຕັ້ງແຕ່ການຮັບຮອງເອົາ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນປີ 2015, ລັດຖະບານແຫ່ງ ສປປ ລາວ ມີຄວາມໝາຍໝັ້ນອັນແຮງກ້າ ໃນການຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍ ທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດແຕ່ງຕັ້ງ ຄະນະຊີ້ນຳລະດັບຊາດ ໃນການຈັດຕັ້ງປະຕິບັດ ປພຍ ໂດຍມີ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເປັນປະທານ ແລະ ປະກອບມີສະມາຊິກຈາກບັນດາກະຊວງ, ອົງການຈັດຕັ້ງທຽບເທົົ່າກະຊວງ ແລະ ອົງການຈັດຕັ້ງມະຫາຊົນປະກອບເຂົ້າເປັນຄະນະ. ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ກອງເລຂາຄະນະຊີ້ນຳລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ. ພ້ອມດຽວກັນນັ້ນ, ບັນດາຈຸດປະສານງານ ປພຍ ໃນແຕ່ລະກະຊວງ ແລະ ຂະແໜງການກໍ່ໄດ້ຮັບການສ້າງຕັ້ງຂຶ້ນເຊັ່ນດຽວກັນ ເພື່ອເປັນເຈົ້າການໃນການນຳພາການຈັດຕັ້ງປະຕິບັດແຕ່ລະ ປພຍ, ຮັບປະກັນໃຫ້ມີການປະສານງານ ແລະ ການຮ່ວມມືທີ່ດີ ພາຍໃນລັດຖະບານ. ພ້ອມກັນນັ້ນ, ໃນປີ 2016 ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບຮອງເອົາ ປພຍ ແຫ່ງຊາດທີ 18 ພາຍໃຕ້ຫົວຂໍ້ ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ) ອີກດ້ວຍ.

  ສປປ ລາວ ເປັນໜຶ່ງໃນບັນດາປະເທດທຳອິດທີີ່ໄດ້ເຊື່ອມສານເອົາບັນດາ ປພຍ ເຂົ້າໃນວາລະພັດທະນາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນໄດ້ຮີບໂຮມເອົາບັນດາ ປພຍ ເຂົ້າໃນສາມວຽກງານຈຸດສຸມ, ຊຶ່ງແຕ່ລະວຽກງານຈຸດສຸມແມ່ນສອດຄ່ອງກັບສາມເສົ້າຄໍ້າຂອງ ວາລະ 2030 ຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ບັນດາຕົວຊີ້ບອກ ປພຍ ທີ່ຍັງເຫຼືອ ຈະສືບຕໍ່ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ປັດຈຸບັນ ສປປ ລາວ ກໍ່ໄດ້ສືບປະຕິບັດວຽກງານຢ່າງໃກ້ຊິດກັບບັນດາອົງການເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ເພື່ອຮັບປະກັນໃນການຮັບເອົາການຊ່ວຍເຫຼືອທີ່ຈຳເປັນໃນການເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ຢູ່ປະເທດເຮົາໃນຕໍ່ໜ້າວ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480297
ມື້ນີ້127
ມື້ວານ157
ອາທິດນີ້695
ເດືອນນີ້6528