ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວເຮັດວຽກທີ່ ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ

20201112-tv-north1 20201112-tv-north2


 20201112-tv-north3

ໃນລະຫວ່າງວັນທີ 11-12 ພະຈິກ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກທີ່ແຂວງບໍ່ແກ້ວ, ຊຶ່ງໃຫ້ກຽດຕ້ອນຮັບໂດຍທ່ານ ຈອມສີ ລັດຕະນະປັນ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າແຂວງ-ແຂວງບໍ່ແກ້ວ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ, ສາກົນ ແລະ ວຽກງານຊາຍແດນ, ໂດຍໄດ້ເນັ້ນໃສ່ການຈັດຕັ້ງປະຕິບັດບັນດານິຕິກໍາ ກົດໝາຍ, ລະບຽບການຕ່າງໆ ແລະ ສັນຍາ ທີ່ພົວພັນກັບວຽກງານຊາຍແດນໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງບໍ່ແກ້ວໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັັນຫາດັ່ງກ່າວຢ່າງເລິກເຊິ່ງ, ໂດຍສະເພາະສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ແມ່ນຍັງເປັນທ່າອ່ຽງລວມຢູ່ຂອງການເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມໂຍງສາກົນ. ສໍາລັບວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບບັນດາປະເທດເພື່ອບ້ານ ເຫັນວ່າ ມີຄວາມຄືບໜ້າຫຼາຍສົມຄວນ, ໂດຍສະເພາະໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື ຫວຽດນາມ, ຈີນ ແລະ ມຽນມາ, ຊຶ່ງໄດ້ຮັບຮອງໂດຍສົນທີສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນລະຫວ່າງສອງຝ່າຍ. ສ່ວນຊາຍແດນ ສປປ ລາວ ກັບຣາຊາອານາຈັກກໍາປູເຈຍ ແມ່ນສໍາເລັດໄປແລ້ວຈໍານວນ 86%, ຊຶ່ງສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ທັງໝົດ 126 ຫຼັກໝາຍ, ໃນນີ້ ຍັງມີຈຸດຄົງຄ້າງຮ່ວມກັນຈໍານວນ 8 ບໍລິເວນ ທີ່ຈະສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ສ່ວນຊາຍແດນ ສປປ ລາວ ກັບ ຣາຊາອານາຈັກໄທ ສໍາເລັດແລ້ວ ປະມານ 93% ຂອງຊາຍແດນທາງບົກ ແລະ ສາມາດກໍ່ສ້າງຫຼັກໝາຍຊາຍແດນໄດ້ 211 ຫຼັກໝາຍ. ໃນນີ້ ຍັງມີຈຸດຄົງຄ້າງຮ່ວມກັນ 14 ບໍລິເວນ, ຊຶ່ງຈະໄດ້ສືບຕໍ່ປຶກສາຫາລືຊອກຫາວິທີແກ້ໄຂຮ່ວມກັນ. ສໍາລັບຊາຍແດນທາງນໍ້ານັ້ນ ແມ່ນຍັງຢູ່ໃນການດໍາເນີນການຖ່າຍທອດເສັ້ນຊາຍແດນ ຈາກແຜນທີ່ຝຣັ່ງ-ສະຫຍາມ ປີ 1929-1931 ລົງໃສ່ແຜນທີ່ສະບັບໃໝ່ ມາດຕາສ່ວນ 1:25,000 ຕາມວິທີການທາງດ້ານເຕັກນິກຂອງແຕ່ລະຝ່າຍ.

ພາຍຫຼັງສໍາເລັດການເຜີຍແຜ່ດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຍັງໄດ້ເຂົ້້າຢ້ຽມຂໍ່ານັບພົບປະເຮັດວຽກກັບທ່ານເຈົ້າແຂວງ-ແຂວງບໍ່ແກ້ວ. ຈາກນັ້ນ, ໃນວັນທີ 13 ພະຈິກ 2020,ກໍໄດ້ສືບຕໍ່ເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບການນໍາຂອງແຂວງຫຼວງນໍ້າທາ, ຊຶ່ງໃຫ້ກຽດຕ້ອນຮັບນໍາໂດຍທ່ານ ອ່ອນຈັນ ຄໍາພາວົງ, ກໍາມະການພັກແຂວງ ເພື່ອຕິດຕາມກວດກາຄວາມຄືບໜ້າຂອງບັນດາໜ້າວຽກ ທີ່ໄດ້ມອບໝາຍໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງໃນການກະກຽມໃຫ້ແກ່ການເປີດນໍາໃຊ້ດ່ານຊ່ອງທາງລົດບັນທຸກ ສະເພາະຂົນສົ່ງສິນຄ້າຢູ່ດ່ານສາກົນບໍ່ເຕັນ, ແຂວງຫຼວງນໍ້າທາ ທີ່ ຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ ອີກດ້ວຍ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480392
ມື້ນີ້50
ມື້ວານ172
ອາທິດນີ້790
ເດືອນນີ້6623