ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຊ່ວຍເຫຼືອ ຈາກຣາຊະອານາຈັກໄທ ທີ່ ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ໄທ

 

1    -

ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 18-20 ພະຈິກ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ, ຊຶ່ງເປັນສອງແຂວງ ທີ່ມີຊາຍເເດນຕິດຈອດກັບ ຣາຊະອານາຈັກໄທ ແລະ ມີໂຄງການຮ່ວມມື ລາວ-ໄທ.

 

 

2     3

4   5

ຮູບພາບການເຄື່ອນໄຫວເຮັດວຽກ ທີ່ ແຂວງຈໍາປາສັກ

 

ໃນໂອກາດເຄື່ອນໄຫວເຮັດວຽກໃນຄັ້ງນີ້, ທີ່ ແຂວງຈຳປາສັກ, ຄະນະ ໄດ້ຢ້ຽມຢາມ ສູນສຶກສາການພັດທະນາກະສິກໍາ ເຂດພູພຽງບໍລະເວນ, ເມືອງປາກຊ່ອງ, ແຂວງຈໍາປາສັກ ທີ່ໄດ້ຮັບສ້າງຕັ້ງຂື້ນ ໃນປີ 2015 ແລະ ຄາດວ່າ ຈະໄດ້ຮັບການມອບ-ຮັບໃນປີ 2021 ນີ້. ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຈາກມູນນິທິໄຊພັດທະນາ ແຫ່ງ ຣາຊະອານາຈັກໄທ ໂດຍມີຈຸດປະສົງ ເພື່ອຄົ້ນຄວ້າ ແລະ ທົດລອງກ້າເບ້ຍໄມ້ເຂດໜາວ ເພື່ອແຈກຢາຍໃຫ້ປະຊາຊົນໃນເຂດດັ່ງກ່າວ ທຳການຜະລິດ. ຈາກນັ້ນ, ຄະນະ ໄດ້ສືບຕໍ່ຢ້ຽມຢາມໂຄງການພັດທະນາໂຮງໝໍເມືອງປາກຊ່ອງ, ແຂວງຈໍາປາສັກ, ຊຶ່ງເປັນໂຄງການຊ່ວຍເຫຼືອ ພາຍໃຕ້ການຮ່ວມມືດ້ານວິຊາການລາວ-ໄທ ໃນມູນຄ່າ 25 ລ້ານບາດ ລວມມີ ຕຶກກວດພະຍາດເຂດນອກ, ຫ້ອງຜ່າຕັດ ແລະ ຕຶກອົບເຄື່ອງ ແລະ ອຸປະກອນການແພດ ແລະ ໄດ້ມີການມອບ-ຮັບໃນປີ 2018 ຜ່ານມາ. ໃນໂອກາດຢ້ຽມຢາມແຂວງຈໍາປາສັກ ຄັ້ງນີ້, ທ່ານ ຮອງລັດຖະມົນຕີ ແລະ ຄະນະ ຍັງໄດ້ພົບປະກັບ ທ່ານ ມະໄລທອງ ກົມມະສິດ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າແຂວງຈຳປາສັກ ແລະ ໄດ້ໂອ້ລົມ ກັບ ພະແນກການຕ່າງປະເທດແຂວງດັ່ງກ່າວ ເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີປະ ສິດທິພາບສູງ ໂດຍສອດຄ່ອງກັບສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນອີກດ້ວຍ.

 

 

6       7   -  -

8 - CCA    -  2 -9

 ຮູບພາບການເຄື່ອນໄຫວເຮັດວຽກ ທີ່ ແຂວງສະຫວັນນະເຂດ

 

ນອກຈາກນັ້ນ, ທີ່ ແຂວງສະຫວັນນະເຂດ, ຄະນະ ໄດ້ຢ້ຽມຢາມ ແລະ ຮັບຟັງຜົນສຳເລັດໃນການພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ ຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ ໜອງເຕົ່າ, ຊຶ່ງເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກມູນນິທິໄຊພັດທະນາ ແຫ່ງຣາຊະອານາຈັກໄທ ເພື່ອຊ່ວຍສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ຖ່າຍທອດເຕັກໂນໂລຊີທາງດ້ານກະສິກຳ ໃຫ້ແກ່ຊາວກະສິກອນຂອງລາວ. ຈາກນັ້ນ, ຄະນະຍັງໄດ້ ພົບປະກັບ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ແລະ ໄດ້ໄປຢ້ຽມຢາມຈຸດກວດກາ-ປະຕູດຽວ (CCA) ທີ່ ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ເພື່ອຮັບຟັງຄວາມຄືບໜ້າ ໃນການດໍາເນີນວຽກງານກວດກາສິນຄ້າຜ່ານລະບົບປະຕູດຽວ ລະຫວ່າງ ລາວ ກັບ ໄທ; ແລະ ຍັງໄດ້ ຢ້ຽມຢາມ ບໍລິສັດນໍ້າຕານມິດລາວ ທີ່ເປັນໂຄງການລົງທຶນຂະໜາດໃຫ່ຍ ແລະ ມີຜົນສຳເລັດສູງ ຂອງປະເທດໄທ ໃນການຜະລິດນໍ້າຕານ ຢູ່ແຂວງສະຫວັນນະເຂດ.

 

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ທັງສອງແຂວງໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ກໍຄື ຊ່ວຍສົ່ງເສີມການພົວພັນຮ່ວມມືອັນດີງາມ ຖານປະເທດບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ມີຄວາມແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂື້ນ ໃນອະນາຄົດ.

 

------------//-------------

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484487
ມື້ນີ້3
ມື້ວານ188
ອາທິດນີ້925
ເດືອນນີ້3792