ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມເປັນສັກຂີພະຍານ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ສະຖາບັນການຕ່າງປະເທດ ເທວະວົງ ວະໂຣປະການ ແຫ່ງ ຣາຊະອານາຈັກໄທ

 

20200928 IFA-Laos-Thai-1

20200928 IFA-Laos-Thai-2

 

ໃນວັນທີ 28 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ສະຖາບັນການຕ່າງປະເທດ ເທວະວົງ ວະໂຣປະການ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍ ການຮ່ວມມືສອງຝ່າຍຂອງສອງສະຖາບັນການຕ່າງປະເທດ. ຜູ້ຕາງໜ້າລົງນາມ ຝ່າຍລາວ ໂດຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ແລະ ຝ່າຍໄທ ໂດຍ ທ່ານ ດຳຣົງ ໃຄ່ຣຄວນ, ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງ ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຮ່ວມ.

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ໄທ ກໍ່ຄື ສົ່ງເສີມການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດລາວ ແລະ ສະຖາບັນການຕ່າງປະເທດ ເທວະວົງ ວະໂຣປະການ ແຫ່ງ ຣາຊະອານາຈັກໄທ ກ່ຽວກັບ ການສ້າງຂີດຄວາມອາດສາມາດ ໃນການປະຕິບັດວຽກງານ ຂອງສອງສະຖາບັນການຕ່າງປະເທດ ເປັນຕົ້ນແມ່ນ ການຈັດຊຸດຝຶກອົບຮົມວຽກງານການທູດ ແລະ ສົ່ງເສີມການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ໃຫ້ມີປະສິດທິພາບກວ່າເກົ່າ, ເຊິ່ງ MoU ສະບັບນີ້ ຈະມີຜົນບັງຄັບໃຊ້ເປັນເວລາ 3 ປີ.

ສປປ ລາວ ແລະ ຣາຊະອານາຈັກໄທ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີການຜູກພັນກັນທາງດ້ານຮີດຄອງປະເພນີ, ວັດທະນະທໍາ, ພາສາປາກເວົ້າ, ມີຊາຍແດນຕິດຈອດກັນທັງທາງບົກ ແລະ ທາງນໍ້າ ຕັ້ງແຕ່ເໜືອຕະຫຼອດໃຕ້. ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນ ເລີ່ມແຕ່ວັນທີ 19 ທັນວາ 1950 ເປັນຕົ້ນມາ. ຕະຫຼອດໄລຍະຜ່ານມາ ການພົວພັນ ແລະ ຮ່ວມມືສອງຝ່າຍ ແມ່ນນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ ແລະ ມີຜົນສໍາເລັດຫຼາຍດ້ານ. ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂອງສອງປະເທດ ແລະ ກົນໄກການຮ່ວມມືຕ່າງໆທີ່ມີຢູ່ ຢ່າງເປັນປົກກະຕິ ແລະ ມີການຮ່ວມມືທີ່ດີນໍາກັນຕະຫຼອດມາ. ບັນດາໂຄງການຮ່ວມມືດ້ານຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ກະສິກຳ, ເສດຖະກິດ, ທ່ອງທ່ຽວ ແລະ ອຶ່ນໆ, ຊຶ່ງມີຫລາຍໂຄງການສຳເລັດແລ້ວ ແລະ ຫລາຍໂຄງການກໍ່ກຳລັງດຳເນີນການ ແລະ ມີຄວາມຄືບໜ້າດີ. ພິເສດ, ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດຈຸລະໂລກສາຍພັນໃໝ່ ຫລື ພະຍາດໂຄວິດ-19, ທາງພາກລັດຖະບານ, ເອກະຊົນ ແລະ ປະຊາຊົນໄທ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວັດຖຸ ແລະ ປັດໄຈ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນກັບການແຜ່ລະບາດຂອງພະຍາດດັ່ງກ່າວ.

ການເຊັນ MoU ໃນຄັ້ງນີ້ ແມ່ນກິດຈະກຳໜຶ່ງ ເພື່ອປະກອບສ່ວນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ໄທ ຄົບຮອບ 70 ປີ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484524
ມື້ນີ້40
ມື້ວານ188
ອາທິດນີ້962
ເດືອນນີ້3829