ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ

Meeting1

Meeting2

Meeting4

 

ໃນວັນທີ 5 ພຶດສະພາ 2022, ທີ່ແຂວງ ຫຼວງນໍ້າທາ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມພາຍ​ໃຕ້​ຫົວ​ຂໍ້ “ ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ຫນຶ່ງ​​ແລວ ຫນຶ່ງ​ເສັ້ນທາງ ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ ສປປ ລາວ​”  ໂດຍການເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພົມມະສຸກ ວິໄລກຸນ, ຮອງເຈົ້າແຂວງ ຫຼວງນໍ້າທາ. ກອງປະຊຸມຄັ້ງນີ້​​​ເປັນຫນຶ່ງ​ໃນ​ກິດຈະກຳ​ສຳຄັນ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ​ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າ​ລ້ານຊ້າງ ເຊິ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກ ເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.

 

ຈຸດປະສົງ​ຂອງກອງປະຊຸມສໍາມະນາໃນຄັ້ງນີ້ ​ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ ​​​ໂດຍ​ສະ​ເພາະ​ບັນດາ​ແຂວງ​ພາກ​ເໜືອໃນ​ໄລຍະ​ຜ່ານ​ມາ ກໍ​ຄື​ການ​ກຳນົດ​ທິດ​ທາງ​ການ​ຮ່ວມ​ມືໃນ​ຕໍ່ຫນ້າ ​​ແນ​ໃສ່​ຂົນຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆຈາກ ຂອບ​ການ​ຮ່ວມ​ມື​ດັ່ງກ່າວ ​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ-ສັງຄົມ​, ການ​ພັດທະນາ​ພື້ນຖານ​ໂຄງ​ລາງ ​ແລະ ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ ​ເພື່ອປະກອບສ່ວນ​ເຂົ້າໃນການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ເປີດ​ກວ້າງການ​ຮ່ວມ​ມື​, ການ​ເຊື່ອມ​ໂຍງ ​ແລະ ​ເຊື່ອມຈອດຂອງ ສປປ ລາວ ​ຢູ່ໃນພາກ​ພື້ນ ​ແລະ ສາກົນ. ພ້ອມ​ດຽວ​ກັນ​ນີ້, ກອງ​ປະຊຸມ ຍັງ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ພ້ອມທັງສະຫຼຸບຕີລາຄາໝາກຜົນ, ຄວາມຄືບໜ້າທີ່ຍາດ​ມາ​ໄດ້ນັບ​ແຕ່ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ຂອບ​ການ​ຮ່ວມ​ມື ຫນຶ່ງ​ແລວ ຫນຶ່ງ​ເສັ້ນທາງ ​ໃນ​ປີ 2013 ​ເປັນ​ຕົ້ນ​ມາ ​ເຊິ່ງໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບ ກໍແມ່ນການພັດທະນາພື້ນຖານໂຄງລ່າງ ເຮັດໃຫ້ ສປປ ລາວ ສາມາດ  ເຊື່ອມຈອດເຂົ້າກັບປະເທດໃນອານຸພາກພື້ນ, ພາກພື້ນ ແລະ ສາກົນ, ເຊິ່ງໃນນີ້ ອັນທີ່ ພົ້ນເດັ່ນ ກໍແມ່ນ ທາງ​ດ່ວນ​ ​ແລະ ໂຄງການລົດໄຟຄວາມໄວສູງ ລາວ-ຈີນທີ່ເປັນໂຄງການຮ່ວມມືທີ່ໃຫຍ່ທີ່ສຸດສຳລັບ ສປ ລາວພາຍໃຕ້ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ. ພ້ອມດຽວກັນນັ້ນປ ລາວ ແລະ ສປ ຈີນ ຍັງໄດ້ຮ່ວມກັນສ້າງແລວທາງເສດຖະກິດລາວ-ຈີນ ເຊິ່ງເປັນແລວທາງເສດຖະກິດໃໝ່ເພື່ອເພີ່ມທະວີການເຊື່ອມຈອດດ້ານການຄ້າ-ການລົງທຶນ. ນອກຈາກນີ້, ຂະແໜງການທີ່ກ່ຽວຂ້ອງຂອງ ສປ ລາວ ຍັງໄດ້ເຂົ້າຮ່ວມໃນຫຼາຍກົໄກຮ່ວມມື​​ຂອງ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງນີ້ ເຊັ່ນ: ເສັ້ນທາງສາຍໄໝດິຈິຕອນ, ດ້ານພະລັງງານ, ການທ່ອງທ່ຽວ, ການພັດທະນາສີຂຽວ, ດ້ານສາທາລະນະສຸກ ແລະ ອື່ນໆ.

 

ກອງປະຊຸມ​ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ​ແລະ ສ້າງສັນ, ບັນດາວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການກ່ຽວຂ້ອງໄດ້ມີການຂຶ້ນບັນຍາຍແລກປ່ຽນບົດຮຽນ ແລະ ປະສົບການຕົວ​ຈິງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ພ້ອມ​ທັງ​​​ຕີ​ລາຄາ​ຄືນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ​ໃນ​ຂອບ​ການ​ຮ່ວມ​ມືດັ່ງກ່າວ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480273
ມື້ນີ້103
ມື້ວານ157
ອາທິດນີ້671
ເດືອນນີ້6504