ພາຍໃຕ້ການນຳພາຊີ້ນໍາຂອງຄະນະພັກ-ຄະນະນໍາ, ຄະນະກວດກາພັກກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງການຕ່າງປະເທດ ແລະ ໄດ້ຮັບການຮ່ວມມືສະໜັບສະໜູນຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໃນວັນທີ 26 ເມສາ 2022 ທີ່ ຫ້ອງປະຊຸມໃຫ່ຍ ຊັ້ນ 3 (ຕຶກ B) ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ໃບຢັ້ງຢືນການສຳເລັດຈັດຊຸດຝຶກອົບຮົມວຽກງານກວດກາ ຊຸດທີ IlI ໃຫ້ແກ່ບັນດານັກສຳມະນາກອນທີ່ມາຈາກບັນດາໜ່ວຍພັກ ທີ່ເຮັດວຽກງານກວດກາຂອງກະຊວງການຕ່າງປະເທດ ຈໍານວນ 47 ສະຫາຍ, ຍິງ: 22 ສະຫາຍ.
ການຈັດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາເປັນໄລຍະເວລາ 11 ວັນລັດຖະການ ນັບແຕ່ວັນທີ 11-25 ມີນາ 2022 ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພື້ນຖານ ກ່ຽວກັບບັນດາເນື້ອໃນເອກະສານທີ່ກ່ຽວຂ້ອງກັບວຽກງານຕິດຕາມ, ກວດ ກາ, ຊຶ່ງປະກອບມີ: ວຽກງານຕິດຕາມ, ວຽກງານກວດກາພັກ, ວຽກງານກວດກາລັດ, ຄວາມຮູ້ກ່ຽວກັບຈິດຕະ ສາດໃນວຽກງານກວດກາ, ວິທີການສ້າງແຜນການ ແລະ ເອກະສານດໍາເນີນການກວດກາ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນ - ສອບສວນ, ວຽກງານແກ້ໄຂຜົນການກວດກາ ແລະ ການຕິດຕາມການ ຈັດຕັ້ງປະຕິບັດຜົນການກວດກາ, ການສ້າງສຳນວນເອກະສານ ແລະ ສຳເນົາເອກະສານວຽກງານກວດກາ ແລະ ການກວດສອບ, ຊຶ່ງໃຫ້ກຽດຂຶ້ນສອນ ແລະ ບັນຍາຍ ໂດຍບັນດາຄູອາຈານຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ.
ໃນໂອກາດພິທີມອບ-ຮັບໃບຢັ້ງຢືນຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ IIl ຂອງກະຊວງການຕ່າງປະເທດໃນຄັ້ງນີ້, ທ່ານ ບຸນເຫຼືອ ພັນດານຸວົງ, ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ມີທິດຊີ້ນຳຕໍ່ພິທີດັ່ງກ່າວ ເຊິ່ງທ່ານໄດ້ເນັ້ນໃຫ້ບັນດານັກສຳມະນາກອນເອົາໃຈໃສ່ນຳເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໝູນໃຊ້ເຂົ້າໃນການເຄື່ອນໄຫວໜ້າທີ່ວຽກງານ ຢູ່ໜ່ວຍພັກຂອງຕົນ ເພື່ອຍົກສູງວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຂອງກະຊວງການຕ່າງປະເທດ ໃຫ້ມີຄຸນນະພາບ, ມີຜົນສັກສິດຢ່າງແທ້ຈິງ ແລະ ສອດຄ່ອງກັບແນວທາງຂອງພັກ ທີ່ວ່າ: “ວຽກງານຕິດຕາມ ກວດກາ ແມ່ນສອດຫ້ອຍເຂົ້າໃນຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ”. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈມາຍັງຄະ ນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື, ສະໜັບສະໜູນໃນການຕອບສະໜອງນັກວິທະຍາກອນ ແລະ ເອກະ ສານປະກອບສ່ວນບໍາລຸງ - ກໍ່ສ້າງພະນັກງານ-ສະມາຊິກພັກ ທີ່ເຮັດວຽກງານກວດກາ ຂອງບັນດາໜ່ວຍພັກຂື້ນກັບອົງຄະນະພັກກະຊວງການຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ເຂົ້າໃຈວຽກງານ ຕິດຕາມ, ກວດກາ ສາມາດເປັນເສນາທິການໃຫ້ຂັ້ນເທິງ ກໍຄື ຄະນະກວດກາພັກກະຊວງການຕ່າງປະເທດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.