ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ (Joint Consultative Meeting (JCM)

20200420asean3

20200420asean4        ໃນວັນທີ 20 ເມສາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ​ການ​ຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້​ນຳພາຄະນະຜູ້ແທນລາວ ຊຶ່ງປະກອບມີຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສວັດທະນະທໍາ-ສັງຄົມອາຊຽນ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ  ແບບທາງໄກ ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນຖານະປະທານອາຊຽນ ສົກປີ 2022 ແລະ ມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນປະເທດອາຊຽນອື່ນ ແລະ ບັນດາຮອງເລຂາທິການໃຫຍ່ອາຊຽນ ຢ່າງພ້ອມພຽງ.

          ​ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍບັນດາບູລິມະສິດ ແລະ ກິດຈະກໍາຕ່າງໆພາຍໃຕ້ການເປັນປະທານອາຊຽນຂອງກໍາປູເຈຍ ສົກປີ 2022; ໄດ້ຮັບຊາບຄວາມຄືບໜ້າໃນການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ຊຶ່ງໄດ້ຈັດກອງປະຊຸມຄັ້ງທີ 1 ໃນວັນທີ 31 ມີນາ - 1 ເມສາ 2022 ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ອິນໂດເນເຊຍ ແລະ ການຮ່າງວິໄສທັດດັ່ງກ່າວແມ່ນຈະດໍາເນີນໄປຈົນເຖິງປີ 2025 ຈຶ່ງຈະສໍາເລັດ; ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນເພື່ອຮັບມືກັບພະຍາດໂຄວິດ-19; ໄດ້ຮັບຊາບການປະສານງານ ແລະ ບັນຫາທັບຊ້ອນຂ້າມເສົາຄໍ້າ ແລະ ບັນຫາອື່ນໆ. ພ້ອມກັນນັ້ນ, ກອງປະຊຸມກໍໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະ ພາລະທິການ ໃຫ້ແກ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31 ຊຶ່ງຈະຈັດຂຶ້ນໃນເດືອນພຶດສະພາ 2022.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488175
ມື້ນີ້122
ມື້ວານ163
ອາທິດນີ້537
ເດືອນນີ້1568