ໃນວັນທີ 13 ພຶດສະພາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າການຢ້ຽມຂໍ່ານັບຂອງ ທ່ານ ນາງ ມາຣຽມ ເຊີແມນ (Ms. Mariam Sherman), ຜູ້ອຳນວນຍການທະນາຄານໂລກ (WB) ສຳລັບ ມຽນມາ, ກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ມາຣຽມ ເຊີແມນ ທີ່ຖືກແຕ່ງຕັ້ງເປັນຜູ້ອຳນວຍການທະນາຄານໂລກ ຮັບຜິດຊອບ 3 ປະເທດ ມຽນມາ, ກຳປູເຈຍ ແລະ ສປປ ລາວ. ພ້ອມທັງສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ທະນາຄານໂລກ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂະແໜງການ ຕະຫຼອດໄລຍະ 60 ກວ່າປີ ຜ່ານມາ ໂດຍສະເພາະ ການປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົແຫ່ງຊາດ 5 ປີ ໃນແຕ່ລະໄລຍະ.
ໃນຕອນທ້າຍ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວອວຍພອນໃຫ້ ທ່ານ ນາງ ມາຣຽມ ເຊີແມນ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ນີ້ ແລະ ຫວັງຢ່າງຍິ່ງວ່າ ສະຖາບັນການເງິນສາກົນ ກໍຄື ທະນາຄານໂລກ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວຕື່ມ.