ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ຄັ້ງທີ 12 ກ່ຽວກັບການສະໝັກເປັນສະມາຊິກອາຊຽນ ຂອງຕີມໍແລັດສະເຕ

 

SEAN 26 3

SEAN 26 5

SEAN 26 4

    ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທັງ​ເປັນ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແບບທາງໄກ ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນນາມປະທານອາຊຽນ ປີ 2022.

 

    ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍບັນດາບູລິມະສິດ ແລະ ກິດຈະກໍາຕ່າງໆພາຍໃຕ້ການເປັນປະທານອາຊຽນຂອງກໍາປູເຈຍ ປີ 2022 ເປັນຕົ້ນ ການຜັນຂະຫຍາຍຜົນຂອງກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ວົງແຄບ ໃນເດືອນ ກຸມພາ 2022 ທີ່ ພະນົມເປັນ. ນອກຈາກນີ້, ກໍໄດ້ປຶກສາຫາລືການສືບຕໍ່ຮ່ວມມືກັບແຕ່ລະຄູ່ເຈລະຈາອາຊຽນ ລວມທັງການກະກຽມການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ ກັບບາງຄູ່ເຈລະຈາອາຊຽນ ແລະ ການພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຫຼື TAC.  ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກ ສາຫາລືການກະກຽມທາງດ້ານເນື້ອໃນ ແລະ ພາລະທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທັງໃນລະດັບເຈົ້າໜ້າທີ່ອາວຸໂສ ແລະ ລະດັບລັດຖະມົນຕີ, ຊຶ່ງຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ ຫຼື ຕົ້ນເດືອນ ສິງຫາ 2022.

SEAN 26 1

SEAN 26 2

     ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນລາວ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ຄັ້ງທີ 12 ກ່ຽວກັບການສະໝັກເປັນສະມາຊິກອາຊຽນ ຂອງຕີມໍແລັດສະເຕ, ຊຶ່ງກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການກະກຽມໄປຢ້ຽມຢາມ ແລະ ພົບປະ-ເຮັດວຽກ ກັບຂະແໜງການກ່ຽວ ຂ້ອງຂອງຕີມໍແລັດສະເຕ ຂອງໜ່ວຍງານສັງລວມຂໍ້ມູນຂອງເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ພ້ອມກັນນັ້ນ, ກອງປະຊຸມກໍໄດ້ຮັບຊາບຄວາມຄືບໜ້າ ແລະ ປືກສາຫາລື ກ່ຽວກັບບັນດາກິດຈະກຳສ້າງຂີດຄວາມສາມາດ ພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນ ເພື່ອໃຫ້ພະນັກງານກ່ຽວຂ້ອງຂອງ ຕີມໍແລັດສະເຕ ເຂົ້າຮ່ວມ.

---------------------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488122
ມື້ນີ້69
ມື້ວານ163
ອາທິດນີ້484
ເດືອນນີ້1515