ໃນວັນທີ 6 ມິຖຸນາ 2019, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌(Dionisio da Costa Babo Soares), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 5-8 ມິຖຸນາ 2019.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ ແລະ ຕີມໍເລສເຕ ໃຫ້ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວກວ່າເກົ່າ; ຕີລາຄາສູງຕໍ່ສາຍພົວພັນທາງດ້ານການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ, ຄົບຮອບ 17 ປີ; ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ໃນໂອກາດຄົບຮອບ 20 ປີແຫ່ງການການລົງປະຊາມະຕິ ຂອງປະຊາຊົນ ຕີມໍ-ເລສເຕ ໃນທ້າຍເດືອນສິງຫາຈະມານີ້, ເຊິ່ງເປັນການສະແດງໃຫ້ເຫັນເຖິງການຕັດສິນໃຈຂອງປະຊາຊົນຕີມໍ-ເລສເຕ ທົ່ວປະເທດ ກ່ຽວກັບ ຊະຕາກໍາ ແລະ ອະນາຄົດຂອງຕົນ. ຕະຫລອດໄລຍະ 20 ປີທີ່ຜ່ານມາ, ເຫັນໄດ້ວ່າ ຕີມໍ-ເລສເຕ ໄດ້ມີຄວາມພະຍາຍາມ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ ໃນການພັດທະນາເສດຖະກິດ-ສັງຄົມ, ສາມາດພັດທະນາຊັບພະຍາກອນມະນຸດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໄດ້ພໍສົມຄວນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ພະນະທ່ານ ຕາອູ ມາຕານ ຣູອັກ (Taur Matan Ruak), ນາຍົກລັດຖະມົນຕີ ແຫ່ງ ຕີມໍ-ເລສເຕ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງວັນລົງປະຊາມະຕິ (Popular Consultation Day), ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອມອບເງິນ ຈຳນວນ 750,000 ໂດລາ ສະຫະລັດ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທາງພາກໃຕ້ຂອງລາວ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການຟື້ນຟູ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບໃນເຂດດັ່ງກ່າວ. ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການສະເໜີເຂົ້າເປັນສະມາຊິກຂອງອາຊຽນຢ່າງກົມໄປກົງມາ. ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຈົ່ງໝັ່ນຄົງຂະໜົງແກ່ນຕະຫຼອດໄປ, ອວຍພອນໃຫ້ ທ່ານລັດຖະມົນຕີ ແລະ ຄະນະ ຕີມໍ-ເລສເຕ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດ ແລະ ການເດີນທາງຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
ໃນຂະນະດຽວກັນ, ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານນາຍົກ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຂອບໃຈຕໍ່ ສປປ ລາວ ໃນການປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງຕີມໍ-ເລສເຕ ແລະ ສະແດງຄວາມຍິນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ມີບາດກ້າວອັນໃໝ່. ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ແລະ ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ.